spot_img
Homeມຸມຂ່າວ AECອາຊຽນຈັດກອງປະຊຸມບັນນາທິການ ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ

ອາຊຽນຈັດກອງປະຊຸມບັນນາທິການ ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ

Published on

ອາຊຽນ ແລະ ບັນດາຄູ່ຮ່ວມງານຂອງອາຊຽນ ຄື: ຈີນ, ຍີ່ປຸ່ນ, ນິວຊີແລນ ແລະ ຣັດເຊຍ, ໄດ້ຈັດກອງປະຊຸມບັນນາທິການ ຄັ້ງທີ 5 ຂອງສະຖາບັນຄົ້ນຄວ້າເສດຖະກິດຂອງອາຊຽນ ແລະ ອາຊີຕາເວັນອອກ ເພື່ອແລກປ່ຽນບັນດາທັດສະນະ ໃນຫົວຂໍ້ ” ຫັນວິໃສທັດໃຫ້ເປັນຈິງ ເພື່ອເຮັດໃຫ້ປະຊາຄົມອາຊຽນເປັນໜຶ່ງດຽວ” ຂຶ້ນໃນວັນທີ 8 ສິງຫານີ້ ທີ່ນະຄອນຫລວງວຽຈັນ. ໂດຍມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງການຄ້າ ແລະ ອຸດສະຫະກໍາ, ທ່ານ ລີ ລຸງ ມິນ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມນຳດ້ວຍ.

ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວໃນໂອກາດເຂົ້າຮ່ວມກອງປະຊຸມວ່າ: ກອງປະຊຸມນີ້ ໄດ້ມີຄວາມສໍາຄັນຫລາຍ ຕໍ່ການນໍາພາຂອງບັນດາບັນນາທິການ ແລະ ນັກຂ່າວອາວຸໂສ ຂອງສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມງານຂອງອາຊຽນ ໄດ້ຮ່ວມກັນແລກປ່ຽນບັນດາທັດສະນະ ຫັນວິໃສທັດໃຫ້ເປັນຈິງ ເພື່ອເຮັດໃຫ້ປະຊາຄົມອາຊຽນເປັນໜຶ່ງດຽວ. ເຊິ່ງແມ່ນຈຸດປະສົງພື້ນຖານ ຂອງວິໃສທັດປະຊາຄົມອາຊຽນ ປີ 2025 ແລະ ບັນດາແຜນແມ່ບົດໃໝ່ອາຊຽນ ທາງດ້ານການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ທີ່ໄດ້ຖືກຮັບຮອງເອົາ ຢ່າງເປັນທາງການ ໂດຍບັນດາຜູ້ນໍາປະເທດອາຊຽນ ທີ່ປະເທດມາເລເຊຍໃນປີຜ່ານມາ. ເພື່ອຮັບປະກັນວ່າ ບັນດາແຜນງານບູລິມະສິດ ຈະໄດ້ຖືກສະໜັບສະໜູນຢ່າງແຂງແຮງ ໃນການເຊື່ອມໂຍງຂອງອາຊຽນ ໂດຍສະເພາະແມ່ນການນໍາເອົາປະຊາຊົນອາຊຽນ ໄດ້ດໍາລົງຊີວິດດ້ວຍຄວາມສັນຕິພາບ, ເສດຖະກິດໜັ້ນຄົງມັ່ງຄັ່ງ, ຫລຸດຜ່ອນຄວາມທຸກຍາກ ໂດຍສະເພາະການພັດທະນາ ຫລຸດຊ່ອງຫວ່າງຄວາມແຕກໂຕນ ລະຫວ່າງສະມາຊິກໃໝ່ ແລະ ເກົ່າຂອງອາຊຽນ ເຊັ່ນດຽວກັນ ກັບປະຊາຊົນທີ່ດໍາລົງຊີວິດແບບປະຖົມປະຖານ ແລະ ສູນກາງ, ຄວາມຮັບຜິດຊອບຕໍ່ສັງຄົມ, ຄວາມມັກຄີ ແລະ ຄວາມເປັນເອກະພາບ ໃນໝູ່ປະຊາຊົນຂອງປະຊາຄົມອາຊຽນ ທີ່ມູ່ງຫວັງໃຫ້ປະຊາຊົນ ມີຄຸນນະພາບຊີວິດທີ່ດີ ແລະ ໄດ້ຮັບຜົນປະໂຫຍດຕ່າງໆ ໃນການສ້າງປະຊາຄົມອາຊຽນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...