spot_img
Homeຂ່າວທ້ອງຖິ່ນອາກາດຈະເຢັນລົງ 1-2 ອົງສາ, ພ້ອມເຕືອນແຂວງພາກກາງ ແລະ ພາກໃຕ້ລະວັງພາຍຸອີຕາວ

ອາກາດຈະເຢັນລົງ 1-2 ອົງສາ, ພ້ອມເຕືອນແຂວງພາກກາງ ແລະ ພາກໃຕ້ລະວັງພາຍຸອີຕາວ

Published on

ອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 9 – 15 ພະຈິກນີ້ ວ່າ: ໃນໄລຍະວັນທີ 9 – 15 ພະຈິກ 2020 ຄວາມກົດດັນຂອງອາກາດສູງຂອງອາກາດເຢັນທີ່ປະເທດຈີນ ໄດ້ມີກຳລັງແຮງເພີ່ມຂຶ້ນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງ 1 ຫາ 2 ອົງສາ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໜອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນ.

ສຳລັບພະຍຸໝຸນເຂດຮ້ອນ ອີຕາວ (Etau) ຫົວທີ່ 21 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ, ເຊິ່ງໃນເວລາ 7 ໂມງ 45 ນາທີ ຂອງວັນທີ 9 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 13.1 ອົງສາເໜືອ ແລະ ເສັ້ນແວງທີ 113.8 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນພະຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງຂອງ ສສ ຫວຽດນາມ ໃນວັນທີ 10 – 11 ພະຈິກນີ້ ແລະ ຍັງຈະມີພາຍຸດີເປຼ່ຊັ້ນທີ່ກຳລັງກໍ່ໂຕຢູ່ເຂດມະຫາສະມຸດປາຊີຟິກ ແລະ ຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝຸນເຂດຮ້ອນ ຫົວທີ 2 ປະຈຳປີ 2020. ຄາດຄະເນວ່າໃນໄລຍະວັນທີ 14 ພະຈິກ ວົງລັດສະໜີຂອງພາຍຸຫົວນີ້ຈະກວມເອົາ ເຂດແຂວງ ພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພ້ອມດຽວກັນນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງ: ໃນໄລຍະຕົ້ນ ຫາ ທ້າຍອາທິດນີ້ ເກີດມີພະຍຸໝຸນເຂດຮ້ອນ ອີຕາວ (Etau) ຫົວທີ 21 ແລະ ພະຍຸດີເປູ່ຊັ້ນທີ່ກຳລັງກໍ່ໂຕຢູ່ເຂດມະຫາສະມຸດປາຊິຟິກ ຈະເພີ່ມກຳລັງແຮງຂຶ້ນເປັນພະຍຸໝຸນເຂດຮ້ອນ ຫົວທີ 2 ປະຈຳປີ 2020 ພວມເຄື່ອນທີ່ຢູ່ເຂດທະເລຈີນໃຕ້ ແລະ ຄາດຄະເນວ່າຈະເຄື່ອນເຂົ້າຝັ່ງຂອງ ສສ ຫວຽດນາມ ແລະ ວົງລັດສະໜີຂອງພະຍຸຫົວນີ້ຈະກວມເອົາເຂດແຂວງ ພາກກາງ ແລະ ພາກໃຕ້ຂອງປະເທດລາວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...