spot_img
Homeຂ່າວທ້ອງຖິ່ນອາກາດຈະຮ້ອນຂຶ້ນຕື່ມ! ໄລຍະວັນທີ 8-10 ພຶດສະພານີ້ ລະວັງພາຍຸລະດູຮ້ອນພັດຜ່ານ

ອາກາດຈະຮ້ອນຂຶ້ນຕື່ມ! ໄລຍະວັນທີ 8-10 ພຶດສະພານີ້ ລະວັງພາຍຸລະດູຮ້ອນພັດຜ່ານ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະວັນທີ 4-7 ພຶດສະພາ 2020 ວ່າ ຄວາມກົດດັນຂອງອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຫຼາຍຢູ່ທົ່ວໄປພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ນອກຈາກນັ້ນ, ໃນໄລຍະວັນທີ 8-10 ພຶດສະພານີ້ ຄວາມກົດດັນຂອງອາກາດຕໍ່າຂອງອາກາດຮ້ອນເອົ້າຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂຶ້ນຕື່ມພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະເກີດມີພາຍຸລະດູຮ້ອນ ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...