spot_img
Homeຂ່າວຕ່າງປະເທດອັບເດດຍອດຜູ້ເສຍຊີວິດ ເຫດແຜ່ນດິນໄຫວໃນຕວັກກີ-ຊີເຣຍ

ອັບເດດຍອດຜູ້ເສຍຊີວິດ ເຫດແຜ່ນດິນໄຫວໃນຕວັກກີ-ຊີເຣຍ

Published on

ໃນວັນທີ 7 ກຸມພາ 2023 ເຈົ້າໜ້າທີ່ກູ້ໄພໃນຕວັກກີ-ຊີເຣຍ ຍັງເລັ່ງຄົ້ນຫາຜູ້ສູນຫາຍຢູ່ພາຍໃນຊາກອາຄານທີ່ຖະຫຼົ່ມ ຈາກເຫດການແຜ່ນດີິນໄຫວ ຮຸນແຮງຂະໜາດ 7.8 ຣິກເຕີ ໃນຊ່ວງເຊົ້າວັນທີ 6 ກຸມພາຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 3,600 ຄົນ ແລະ ບາດເຈັບອີກ 15,600 ຄົນ.

ແຜ່ນ​ດິນ​ໄຫວຄັ້ງນີ້​ໄດ້​ເຮັດ​ໃຫ້ອາຄານຫລາຍ​ພັນ​ຫລັງ​ຖະຫຼົ່ມລົງ​ຢູ່​ໃນ​ຫຼາຍເມືອງໃຫຍ່​ທົ່ວ​ພາກ​ໃຕ້​ຂອງຕວັກກີ. ຮວມ​ທັງ​ຕຶກ​ອາ​ຄານ​ຫຼາຍ​ແຫ່ງ​ໃນ​ຊີ​ເຣຍ ທີ່ຢູ່ຕິດກັນ ແຮງສັ່ນສະເທືອນສາມາດຮູ້ສຶກໄດ້ໄກເຖິງ Cyprus, Lebanon, Israel ແລະ Egypt, ຫຼາຍຮ້ອຍກິໂລແມັດ. ລວມທັງເກາະ Greenland ທາງ​ເໜືອ​ຂອງ​ເດນ​ມາກ ຫ່າງ​ໄກ​ຫຼາຍ​ພັນ​ກິ​ໂລ​ແມັດ.

ສ່ວນ​ຊີ​ເຣຍ ອົງການ​ໄພພິບັດ​ຂອງ​ລັດຖະບານ​ກ່າວ​ວ່າ ມັນ​ເປັນ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ຊີ​ເຣຍ. ມີ​ຢ່າງ​ໜ້ອຍ 1,250 ຄົນ​ໄດ້​ເສຍ​ຊີວິດ​ທັງ​ຢູ່​ໃນ​ເຂດ​ທີ່​ປົກຄອງ​ດ້ວຍ​ລັດຖະບານ ​ແລະ​ພວກ​ກະບົດ. ໂດຍສະເພາະເມືອງ Aleppo, Latakia ແລະ Hama, ແລະຫຼາຍກວ່າ 2,400 ຄົນໄດ້ຮັບບາດເຈັບ.

ຢ່າງໃດກໍຕາມ, ຄາດວ່າຍອດຜູ້ເສຍຊີວິດ ທັງໃນຕວັກກີ-ຊີເຣຍຈະເພີ່ມຂຶ້ນອີກຫຼາຍເທົ່າຫຼັງຈາກນີ້, ເນື່ອງຈາກຍັງມີຜູ້ສູນຫາຍອີກຫຼາຍ ເພາະແຜ່ນດີໍິນໄຫວເກີດຂຶ້ນໃນຕອນກາງຄືນ ຜູ້ຄົນສາວນຫຼາຍພາກັນນອນເຮັດໃຫ້ມີໂອອກາດໜີອອກມາບໍ່ທັນ.

ອ້າງອີງ: ສຳນັກຂ່າວໄທຍ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...