spot_img
Homeຂ່າວຕ່າງປະເທດອັນຕະລາຍເດັກນ້ອຍອາຍຸ 13 ປີ ດື່ມນ້ຳກະທ້ອມ

ອັນຕະລາຍເດັກນ້ອຍອາຍຸ 13 ປີ ດື່ມນ້ຳກະທ້ອມ

Published on

ປະເທດໄທ, ໃນວັນທີ 31 ພຶດສະພາ 2023 ນາງສັນຍາ (ບໍ່ລະບຸນາມສະກຸນ) ໄດ້ອອກມາໂພສເລົ່າເລື່ອງທີ່ລູກຊາຍຂອງຕົນເອງດື່ມນ້ຳກະທ້ອມແລ້ວຮາກເປັນເລືອດ ຕ້ອງໄດ້ພາໄປໂຮງໝໍເພື່ອລ້າງພິດໂດຍດ່ວນ ພ້ອມທັງເຕືອນຜູ້ປົກຄອງໃຫ້ດູແລຢ່າງໃກ້ຊິດກ່ອນທີ່ຈະສາຍເກີນໄປ.

ນາງສັນຍາ ໄດ້ເລົ່າເຖິງເຫດການ ໄດ້ເກີດຂຶ້ນເມື່ອວັນທ 30 ພຶດສະພາ 2023 ຜ່ານມາ, ໂດຍທາງໂຮງຮຽນໄດ້ໂທມາແຈ້ງແມ່ວ່າ ນ້ອງຮາກເປັນເລືອດຫຼາຍຮອບ ໃຫ້ນຳໂຕສົ່ງໂຮງໝໍດ່ວນ, ຕໍໍ່ມາເມື່ອຮອດໂຮງໝໍ ລູກຊາຍຂອງຕົນກໍຍັງມີອາການຮາກ ອອກມາເປັນນໍ້າສີແດງໆ.

ລາວໄດ້ເລົ່າຕື່ມອີກວ່າ: ໃນຊ່ວງທຳອິດ ທີ່ລູກດື່ມນ້ຳກະທ້ອມຕົນເອງບໍ່ຮູ້ເພາະລູກບໍ່ໃຫ້ເຫັນ ແຕ່ສັງເກດໄດ້ຈາກອາການເບີໆ, ມຶນໆ ແລະ ກິ່ນໂຕຊັດເຈນ ແລະ ຖ້າມື້ໃດບໍ່ໄດ້ດື່ມກໍຈະມີອາການຄ້າຍຈະເປັນໄຂ້ ປວດຕົນໂຕ ຊຶ່ງຕົນຄິດວ່າລູກໜ້າຈະດື່ມຕໍ່ເນື່ອງໄດ້ 3 ເດືອນແລ້ວ, ພ້ອມຝາກເຕືອນ ຫາກຈະຊື້ຂາຍຄວນ ຂາຍໃຫ້ເດັກທີ່ມີອາຍຸ 18 ປີ ຂຶ້ນໄປເທົ່ານັ້ນ.

ທີ່ມາ: ທີວີພູ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...