spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອັນຕະລາຍທີ່ມາພ້ອມການນອນເດິກ

ອັນຕະລາຍທີ່ມາພ້ອມການນອນເດິກ

Published on

ການນອນຫຼັບໃຫ້ພຽງພໍ ເປັນສິ່ງສຳຄັນຫຼາຍສຳລັບຮ່າງກາຍ ແລະຍັງເຮັດໃຫ້ຄວາມຈຳດີຮຽນເກັ່ງອີກດ້ວຍ, ການນອນເດິກມີຫຼາຍປັດໄຈເຊັ່ນ: ຄວາມຄຽດ, ຄິດຫຼາຍ, ກັງວົນໃຈ, ບໍ່ສະບາຍ ແລະໄດ້ຮັບສານບາງຊະນິດເຂົ້າໄປເຮັດໃຫ້ນອນບໍ່ຫຼັບ, ແຕ່ການທີ່ເຮົານອນບໍ່ຫຼັບນັ້ນ ມີອັນຕະລາຍຕໍ່ຮ່າງກາຍດັ່ງນີ້

  1. ບໍ່ສະບາຍງ່າຍ: ການນອນເດິກຕະຫຼອດ ຫຼືພັກຜ່ອນບໍ່ພຽງພໍ ຈະເຮັດໃຫ້ຮ່າງກາຍອ່ອນເພຍ ເຮັດໃຫ້ພະຍາດສາມາດແຊກແຊງເຂົ້າຮ່າງກາຍເຮົາໄດ້ງ່າຍ, ເຮັດໃຫ້ເກີດພະຍາດຫົວໃຈ ແລະຄວາມດັນເລືອດສູງອີກດ້ວຍ
  2. ນໍ້າໜັກຂຶ້ນ: ເປັນຂໍ້ທີ່ສາວໆຫຼາຍຄົນຢ້ານທີ່ສຸດກັບການມີນໍ້າໜັກເພີ່ມຂຶ້ນ ເພາະຖ້າເຮົານອນເດິກຫຼາຍເທົ່າໃດຍິ່ງເຮັດໃຫ້ເຮົາຫິວ ແລ້ວກໍລຸກມາກິນ ຖ້າຫາກເຮົາລຸກມາກິນທຸກຄືນໆ ຈະເຮັດໃຫ້ເຮົາຕຸ້ຍຂຶ້ນໄດ້ແຮ່ນອນ
  3. ຄວາມຜິດປົກກະຕິ: ຜູ້ທີ່ນອນເດິກຕະຫຼອດ ຈະເກີດຄວາມຜິດປົກກະຕິທາງອາລົມ, ການຕອບສະໜອງຕ່າງໆ ລວມເຖິງການເຮັດວຽກຜິດພາດໃນແຕ່ລະມື້ ເພາະຈະເຮັດໃຫ້ເຮົາມີສະມາທິສັ້ນ ແລະເປັນຕົ້ນເຫດຂອງພະຍາດອັນໄຊເມີ (ມັກລືມ) ໃນອະນາຄົດໄດ້ອີກດ້ວຍ
  4. ອາດເສຍຊີວິດໄດ້: ສຳລັບຄົນທີ່ມັກນອນເດິກຕະຫຼອດ ຫຼືນອນບໍ່ມັກຫຼັບຕະຫຼອດນັ້ນ ແມ່ນມີຄວາມສ່ຽງຫຼາຍ ເພາະຈາກການວິໄຈພົບວ່າ ຄົນທີ່ນອນບໍ່ຫຼັບ ຫຼືນອນເດິກຕະຫຼອດ ຈະສົ່ງຜົນສ່ຽງເຮັດໃຫ້ເສຍຊີວິດງ່າຍກວ່າຄົນປົກກະຕິ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...