spot_img
Homeຂ່າວພາຍ​ໃນອັດຕາແລກປ່ຽນຂຶ້ນສູງ ສົ່ງຜົນກະທົບຕໍ່ພໍ່ຄ້າຊາວຂາຍ ແລະ ປະຊາຊົນ

ອັດຕາແລກປ່ຽນຂຶ້ນສູງ ສົ່ງຜົນກະທົບຕໍ່ພໍ່ຄ້າຊາວຂາຍ ແລະ ປະຊາຊົນ

Published on

ອັດຕາແລກປ່ຽນຂຶ້ນສູງ ສົ່ງຜົນກະທົບຕໍ່ພໍ່ຄ້າຊາວຂາຍ-ປະຊາຊົນຢ່າງໜັກໜ່ວງ.

ປັດຈຸບັນ ສປປ ລາວ ປະເຊີນກັບວິກິດໄພເງິນເຟີ້ ສົ່ງຜົນໃຫ້ອັດຕາແລກປ່ຽນເງິນຕາຕ່າງປະເທດຂຶ້ນສູງ ສາເຫດກໍມາຈາກຫຼາຍປັດໄຈຄື: ສປປ ລາວ ເປັນປະເທດປິດ ບໍ່ຕິດກັບທະເລ ຈຶ່ງເຮັດໃຫ້ສິນຄ້າສົ່ງອອກມີຄວາມຫຍຸ້ງຍາກ, ບໍ່ມີການຜະລິດພາຍໃນ ແລະ ສິນຄ້າທີ່ນຳໃຊ້ໃນຊີວິດປະຈຳວັນ ສ່ວນຫຼາຍກໍແມ່ນນຳເຂົ້າຈາກຕ່າງປະເທດເປັນຫຼັກ ໂດຍສະເພາະແມ່ນນຳເຂົ້າຈາກປະເທດໄທ ຫວຽດນາມ ແລະ ຈີນ ຈຶ່ງເຮັດໃຫ້ພໍ່ຄ້າຊາວຂາຍແມ່ນນຳໃຊ້ເງິນຕາຕ່າງປະເທດ ເພື່ອທີ່ຈະຊື້ສິນຄ້າເຂົ້າມາຂາຍ ເມື່ອມີການນຳໃຊ້ເງິນຕາຕ່າງປະເທດເປັນຫຼັກ ກໍຈະສົ່ງຜົນຕໍ່ປະຊາຊົນທີ່ເປັນຄົນຊື້, ລາຄາສິນຄ້ານັບມື້ກໍມີລາຄາເພີ່ມຂຶ້ນຕາມອັດຕາແລກປ່ຽນ ຄ່າຄອງຊີບກໍນັບມື້ສູງຂຶ້ນ.

ພໍ່ຄ້າຊາວຂາຍ ຜູ້ທີ່ໄດ້ຮັບຜົນກະທົບຈາກອັດຕາແລກປ່ຽນຄື ເມື່ອຊື້ສິນຄ້າເຂົ້າມາ ກໍໄດ້ຂາຍສິນຄ້າຕາມອັດຕາແລກປ່ຽນທີ່ຍັງຄົງເດີມ ແຕ່ເມື່ອຈະຊື້ສິນຄ້າເຂົ້າມາຂາຍອີກ ແຕ່ອັດຕາແລກປ່ຽນເພີ່ມສູງຂຶ້ນ ເຮັດໃຫ້ປະລິມານທີ່ຈະຊື້ສິນຄ້າຫຼຸດລົງ ເຖິງວ່າຈຳນວນເງິນທີ່ຈ່າຍໄປຍັງເທົ່າເກົ່າ.

ບັນຫາອັດຕາເງິນເຟີ້ນີ້ ກໍມາຈາກເງິນຕາຕ່າງປະເທດທີ່ໝູນວຽນນອກທະນາຄານຫຼາຍເກີນໄປ ເຮັດໃຫ້ລັດຖະບານບໍ່ສາມາດຄວບຄຸມເງິນຕາຕ່າງປະເທດໄດ້ ແລະ ນີ້ກໍແມ່ນບັນຫາທີ່ປະຊາຊົນຖົງຖຽງກັນ, ປະຊາຊົນຕ່າງອອກມາຮຽກຮ້ອງໃຫ້ລັດຖະບານຈັດການກັບຮ້ານແລກປ່ຽນພາຍໃນປະເທດ ແລະ ເຮັດໃຫ້ປະຊາຊົນສາມາດເຂົ້າໄປແລກປ່ຽນໃນທະນາຄານໄດ້.

ໃນໄລຍະເດືອນມີນາທີ່ຜ່ານມາ ລັດຖະບານກໍໄດ້ປະກາດໂຈະຮ້ານແລກປ່ຽນທົ່ວປະເທດ ແລ້ວໃຫ້ແລກປ່ຽນໄດ້ຢູ່ສະຖານທີ່ທ່ອງທ່ຽວ, ຄາຊິໂນ, ສະໜາມບິນ ແລະ ດ່ານພາສີສາກົນ ເພື່ອໃຫ້ນັກທ່ອງທ່ຽວສາມາດແລກເງິນໄດ້ງ່າຍ, ແຕ່ຍັງບໍ່ມີຈຸດທີ່ໃຫ້ປະຊາຊົນເຂົ້າໄປແລກໄດ້.

ໃນວັນທີ 8 ມິຖຸນາ 2023 ທີ່ຜ່ານມາ ທາງທະນາຄານການຄ້າຕ່າງປະເທດລາວ ກໍອອກມາປະກາດວ່າ ສາມາດແລກປ່ຽນເງິນຕາຕ່າງປະເທດໄດ້ທີ່ເຄົາເຕີ້ບໍລິການຂອງທະນາຄານ ແຕ່ຍັງບໍ່ມີການກຳນົດມື້ວ່າສາມາດແລກປ່ຽນໄດ້ມື້ໃດ.

ຈຶ່ງເຮັດໃຫ້ເງິນຕາຕ່າງປະເທດ ໝູນວຽນນອກທະນາຄານ ແລະ ບໍ່ສາມາດຄວບຄຸມໄດ້ ຈຶ່ງກໍ່ໃຫ້ເກີດອັດຕາເງິນເຟີ້ເພີ່ມຂຶ້ນເລື່ອຍໆ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...