spot_img
Homeຂ່າວພາຍ​ໃນອັດຕາເງິນເຟີ້ໃນເດືອນສິງຫາເພີ່ມຂຶ້ນເຖິງ 3,81%

ອັດຕາເງິນເຟີ້ໃນເດືອນສິງຫາເພີ່ມຂຶ້ນເຖິງ 3,81%

Published on

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ຮູ້ວ່າ: ສະພາບລວມອັດຕາເງິນເຟີ້ໃນເດືອນສິງຫາ 2021 ທຽບກັບເດືອນສິງຫາ 2020 ເພີ່ມຂຶ້ນ 3,81%.

ອັດຕາເງິນເຟີ້ດັ່ງກ່າວແມ່ນສືບເນື່ອງມາຈາກການເໜັງຕີງເພີ່ມຂຶ້ນຂອງທຸກໝວດສິນຄ້າຄື: ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7,66%; ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 6,64%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 5,59%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 5,58%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 4,10%.

ນອກຈາກນີ້, ຍັງມີໝວດສິນຄ້າອື່ນທີ່ເພີ່ມຂຶ້ນແຕ່ເບົາບາງທຽບກັບໄລຍະຜ່ານມາຄື: ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 4,09%; ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 3,64%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອໄຟ ເພີ່ມຂຶ້ນ 3,61%; ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 2,78%; ໝວດບັນເທິງ ແລະ ການພັກຜ່ອນ ເພີ່ມຂຶ້ນ 1,17%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 1,11% ແລະ ໝວດການສຶກສາ ເພີ່ມຂຶ້ນ 0,68%.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...