spot_img
Homeນານາສາລະອັດຕາການໃຊ້ຄວາມຮຸນແຮງພາຍໃນເພີ່ມຂຶ້ນທົ່ວໂລກ ໃນຊ່ວງການແຜ່ລະບາດຂອງໂຄວິດ-19

ອັດຕາການໃຊ້ຄວາມຮຸນແຮງພາຍໃນເພີ່ມຂຶ້ນທົ່ວໂລກ ໃນຊ່ວງການແຜ່ລະບາດຂອງໂຄວິດ-19

Published on

ໃນວັນທີ 6 ເມສາທີ່ຜ່ານມາ ສະຫະປະຊາຊາດໄດ້ອອກຖະແຫຼງການ ເຖິງອັດຕາການທຳຮ້າຍຮ່າງກາຍຕໍ່ເພດຍິງທີ່ເພີ່ມຂຶ້ນ ຫຼັງຫຼາຍໆປະເທດໄດ້ອອກມາດຕະການປິດປະເທດ ແລະ ໃຫ້ປະຊາຊົນຢູ່ແຕ່ໃນທີ່ພັກອາໄສຂອງຕົນເອງ ເຮັດໃຫ້ມີຄວາມກົດດັນຈາກທາງສັງຄົມແລະເສດຖະກິດ ນຳພາໃຫ້ມີຄວາມຮຸນແຮງພາຍໃນຄອບຄົວ.

ນັກກິດຈະກຳສົ່ງເສີມຄວາມເທົ່າທຽມໃນຜູ້ຍິງ ປະທ້ວງຕໍ່ຕ້ານການໃຊ້ຄວາມຮຸນແຮງໃນຜູ້ຍິງທີ່ເມືອງ Bucharest ໃນວັນທີ 4 ມີນາ (ຮູບພາບໂດຍ DANIEL MIHAILESCU via euronews)

ຕາມການລາຍງານຂອງສຳນັກຂ່າວ euronews ລະບຸວ່າ ໃນປະເທດຝຣັ່ງ ສະຖິຕິຄວາມຮຸນແຮງໃນຄອບຄົວເພີ່ມຂຶ້ນ 36% ຫຼັງຈາກທີ່ປະເທດໄດ້ເຂົ້າສູ່ຊ່ວງ Lockdown ຈົນພາກລັດຕ້ອງອອກມາດຕະການຊ່ວຍເຫຼືອ. ປະເທດຝຣັ່ງເປັນປະເທດທີ່ມີສະຖິຕິຄວາມຮຸນແຮງພາຍໃນ ສູງທີ່ສຸດໃນທະວີບເອີຣົບ, ທຸກໆປີ ຜູ້ຍິງປະມານ 219,000 ຄົນ ອາຍຸ 18 – 75 ປີ ໄດ້ພົບກັບຄວາມຮຸນແຮງທາງຮ່າງກາຍ ແລະ ທາງເພດຈາກຄູ່ຄອງປັດຈຸບັນ ຫຼື ອະດີດ ແຕ່ມີພຽງແຕ່ 20% ເທົ່ານັ້ນທີ່ໄດ້ແຈ້ງຄວາມ. ຈາກສະຖິຕິຂອງລັດຖະບານ ທຸກໆ 3 ມື້ຈະມີຜູ້ຍິງ 1 ຄົນຖືກຂ້າໂດຍຄູ່ຄອງປັດຈຸບັນ ຫຼື ອະດີດ.

ສ່ວນປະເທດຈີນ ໃນແຂວງ ຫູເປີ່ຍ ທີ່ມີເມືອງ ອູຮັ່ນ ທີ່ເປັນຕົ້ນຕໍ່ຂອງການລະບາດຄັ້ງນີ້ ກໍ່ມີການແຈ້ງຄວາມເຖິງການໃຊ້ຄວາມຮຸນແຮງພາຍໃນ ຫຼາຍກວ່າ 3 ເທົ່າ ຈາກ 47 ກໍລະນີ ຂອງປີກ່ອນ ເປັນ 162 ກໍລະນີ ໃນເດືອນກຸມພາທີ່ຜ່ານມາ ເຊິ່ງນີ້ກໍ່ເປັນພຽງໃນຂົງເຂດໜຶ່ງເທົ່ານັ້ນ.

ທີພັກອາໃສໃນເມືອງອູຮັ່ນ ໃນຊ່ວງການປິດເມືອງ (ຮູບພາບຈາກ REUTERS)

ປະເທດທີ່ມີສາຍດ່ວນຮັບແຈ້ງເຫດຮຸນແຮງພາຍໃນເຊັ່ນ ປະເທດ ບຣາຊິນ, ເລບານອນ ແລະ ມາເລເຊຍ ກໍ່ມີຍອດການໂທເຂົ້າຫຼາຍຂຶ້ນ, ສູນຮັບແຈ້ງເຫດໃນ ບຣາຊິນ ກໍ່ໄດ້ເຫັນຍອດກໍລະນີຄວາມຮຸນແຮງເພີ່ມຂຶ້ນຈາກການແຜ່ລະບາດຂອງໄວຣັສ; ສ່ວນໃນເລບານອນ ແລະ ມາເລເຊຍ ແມ່ນມີຍອດໂທເຂົ້າສາຍດ່ວນ ມີຫຼາຍຂຶ້ນ 2 ເທົ່າ. ທະນາຍຄວາມໃນ ບຣາຊິນ ທີ່ເປັນຊ່ຽວຊານດ້ານຄະດີຄວາມຮຸນແຮງພາຍໃນໄດ້ຄາດການໄວ້ວ່າ ກໍລະນີຄວາມຄວາມຮຸນແຮງພາຍໃນຈະເພີ່ມສູງຂຶ້ນ 40% ຫຼື 50%, ເຊິ່ງຕອນນີ້ກໍ່ມີການຮຽກຮ້ອງສູງຂຶ້ນແລ້ວ. 

ໃນປະເທດ ອິຕາລີ ຍອດໂທເຂົ້າສາຍດ່ວນ ກັບໜ້ອຍລົງ ແຕ່ໄດ້ຮັບຂໍ້ຄວາມທາງໂທລະສັບ ແລະ ອີເມວຂໍຄວາມຊ່ວຍເຫຼືອຫຼາຍຂຶ້ນ. ຕົວແທນຈາກອົງການຕໍ່ຕ້ານຄວາມຮຸນແຮງຕໍ່ຜູ້ຍິງ EVA Cooperativa ໄດ້ເລົ່າວ່າ ມີຜູ້ຍິງຄົນໜຶ່ງສົ່ງຂໍ້ຄວາມຂໍຄວາມຊ່ວຍເຫຼືອ ໃນລະຫວ່າງທີ່ຂັງຕົນເອງໃນຫ້ອງນໍ້າ, ແນ່ນ່ອນວ່າມັນເປັນກໍລະນີສຸກເສີນ ແຕ່ກໍ່ໝົດຫວັງເພາະຜູ້ຍິງບໍ່ສາມາດອອກຈາກບ້ານໄດ້. 

ປະເທດອື່ນໆທີ່ມີລາຍງານເຖິງການໃຊ້ຄວາມຮຸນແຮງພາຍໃນກໍ່ມີເຊັ່ນ ອາເຈັນຕີນາ, ເຢຍລະມັນ, ຕວາກກີ (Turkey), ຮົນດູຣັສ (Hondurus), ອາຟິກາໃຕ້, ອັງກິດ, ອາເມລິກາ.

ຮູບພາບຈາກ Thibault Camus/AP

ທາງສະຫະປະຊາຊາດກໍ່ໄດ້ຂໍຮ້ອງຕໍ່ລັດຖະບານໃນທຸກໆປະເທດ ໃຫ້ແກ້ບັນຫາຄວາມຮຸນແຮງພາຍໃນທີ່ເພີ່ມຂຶ້ນທົ່ວໂລກ. ນອກຈາກນີ້ທາງສະຫະປະຊາຊາດກໍ່ໄດ້ລາຍງານເຖິງມາດຕະການໃນປະເທດຕ່າງໆທີ່ວາງໄວ້ ເພື່ອປ້ອງກັນຜູ້ຍິງຈາກຄວາມຮຸນແຮງພາຍໃນເຊັ່ນ ປະເທດຝຣັ່ງກໍ່ໄດ້ກຽມທີ່ຢູ່ໃນຮ້ານຄ້າ ແລະ ໂຮງແຮມສຳຫຼັບຜູ້ຍິງທີ່ກັບບ້ານບໍ່ໄດ້, ສ່ວນລັດຖະບານ ສະເປນ ກໍ່ໄດ້ອອກມາດຕະການຍົກເວັ້ນໃຫ້ຜູ້ຍິງທີ່ປະສົບກັບການຖືກໃຊ້ຄວາມຮຸນແຮງໃຫ້ອອກຈາກບ້ານໄດ້. ໃນສ່ວນຂອງປະເທດ ການາດາ ແລະ ອົດສະຕາລີ ກໍ່ໄດ້ລະດົມທຶນບູລະນາການໃຫ້ໃນສ່ວນຂອງຄວາມຮຸນແຮງຕໍ່ຜູ້ຍິງ ຖືເປັນໜຶ່ງໃນແຜນການປະເທດໃນການຟື້ນຟູຈາກການແຜ່ລະບາດຂອງໄວຣັສ. ສະຫະປະຊາຊາດໄດ້ແນະນຳໃຫ້ລັດຖະບານທົ່ວໂລກໃຫ້ອອກທຶນໃນແຜນການຮັບມືກັບໂຄວິດ-19 ໃຫ້ໃນສ່ວນຂອງການປ້ອງກັນຄວາມຮຸນແຮງພາຍໃນ ໂດຍການລົງທຶນໃຫ້ທີ່ພັກອາໄສແກ່ເຫຍື່ອທີ່ຖືກທຳຮ້າຍ, ເພີ່ມການສະໜັບສະໜຸນໃຫ້ສາຍດ່ວນ ໂດຍສະເພາະໃຫ້ມີການສົ່ງຂໍ້ຄວາມ ເພື່ອໃຫ້ມີຄວາມຮອບຄອບໃນການແຈ້ງຄວາມ, ສະໜັບສະໜູນທາງດ້ານກົດໝາຍ ແລະ ບໍລິການຈິດສັງຄົມໃຫ້ກັບຜູ້ຍິງ ແລະ ເດັກນ້ອຍ. 

ໃນປະເທດລາວເອງ ກໍ່ມີສະຖິຕິການໃຊ້ຄວາມຮຸນແຮງພາຍໃນ ຕາມບົດລາຍງານຂອງ UNFPA ປະຈຳປະເທດລາວ ໃນປີ 2016, 1 ໃນ 3 ຂອງຜູ້ຍິງໃນລາວ ມີປະສົບການການຖືກທຳຮ້າຍທາງຮ່າງການ, ເພດ ແລະ ອາລົມຈາກຄູ່ຄອງຂອງຕົ້ນ, ແຕ່ຈາກການສຳຫຼວດພົບວ່າ ເກີນກວ່າ 70% ຂອງຜູ້ຖືກກະທຳ ແມ່ນບໍ່ໄດ້ຂໍຄວາມຊ່ວຍເຫຼືອຈາກໃຜ, 19% ແມ່ນໄປຂໍຄວາມຊ່ວຍເຫຼືອຈາກຫົວໜ້າຊຸມຊົນ, ມີພຽງ 4% ເທົ່ານັ້ນທີ່ໄປແຈ້ງຄວາມກັບຕຳຫຼວດ ແລະ 3% ແມ່ນຂໍຄວາມຊ່ວເຫຼືອຈາກສູນສຸຂະພາບ. 

ໃນຊ່ວງ Lockdown ເຮົາກໍ່ຢາກຈະໃຫ້ທຸກຄົນໃຫ້ຊ່ວຍຕິດຕາມ ແລະ ດູແລສຸຂະພາບຈິດຂອງຕົນເອງ ແລະ ຄົນໃນຄອບຄົວ ພ້ອມໃຫ້ການຊ່ວຍເຫຼືອຕໍ່ເຫຍື່ອທີ່ຖືກທຳຮ້າຍ ບໍ່ວ່າຈະທາງໃດກໍ່ຕາມ. 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...