spot_img
Homeຂ່າວການພັດທະນາອັງກິດ​ປະກາດ​​ ຊ່ວຍ​ເຫລືອລາວ ເກັບ​ກູ້ລະ​ເບີດ​ບໍ່ທັນ​ແຕກ​ 2,2 ລ້ານປອນ​

ອັງກິດ​ປະກາດ​​ ຊ່ວຍ​ເຫລືອລາວ ເກັບ​ກູ້ລະ​ເບີດ​ບໍ່ທັນ​ແຕກ​ 2,2 ລ້ານປອນ​

Published on

english gov

 

ທ່ານ ຟີລິບ ມາລອນ ເອກ ອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະຣາຊະອານາຈັກອັງກິດ ປະຈຳລາວ

ໄດ້ກ່າວ​ໃນ​ວັນ​ທີ 17 ຕຸລານີ້ວ່າ: ລັດຖະບານອັງກິດ ​ໄດ້​ຈະໃຫ້ການ​ຊ່ວຍ​ເຫລືອທຶນ​ຈຳນວນ 2,2 ລ້ານປອນ ຫລື ປະມານ

26 ຕື້ ກີບ ເພື່ອ​ສະໜັບສະໜູນ​ວຽກ ງານ​ເກັບ​ກູ້ລະ​ເບີດ​ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.

 

ທ່ານຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ

ລາວ (ຄຊກລ) ພູຂຽວ ຈັນທະສົມບູນ ໃຫ້ຮູ້ວ່າ: ເຖິງວ່າສົງຄາມໄດ້ສິ້ນສຸດລົງ ເກືອບ 40 ປີຜ່ານມາແຕ່ລະເບີດບໍ່ທັນ

ແຕກ ກໍຍັງສືບສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດຢ່າງຕໍ່ເນື່ອງໂດຍ

ສະເພາະແຕ່ປີ 2010 ມາເຖິງປັດຈຸບັນສະເລ່ຍປະມານ 80 ຄົນຕໍ່ປີ, ລະເບີດບໍ່ທັນແຕກ ຍັງເປັນອຸປະສັກອັນໃຫຍ່ຫລວງ

ຕໍ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດເຮັດໃຫ້ ສປປ ລາວ ຍັງຕົກຢູ່ໃນປະເທດທຸກຍາກ. ດ້ວຍເຫດນີ້ການ

ຊ່ວຍເຫລືອດ້ານທຶນ ແລະ ເຕັກນິກວິຊາການຈາກບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ, ລັດຖະບານລາວ

ກໍໄດ້ເອົາໃຈໃສ່ ແລະ ນຳໃຊ້ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ.

 

ສະຫະຣາຊະອານາຈັກ ກໍແມ່ນປະເທດໜຶ່ງທີ່ໃຫ້ທຶນສະໜັບສະໜູນວຽກງານດັ່ງກ່າວ ໃນໄລຍະຜ່ານມາປະມານ 7 ລ້ານ

ໂດລາສະຫະລັດ, ສະເພາະການປະກາດຈະຊ່ວຍເຫລືອໃນຄັ້ງນີ້ ໄດ້ມອບໃຫ້ອົງການ ຮາໂລທັດ ແລະ ອົງການ ແມັກ ຈັດຕັ້ງ

ປະຕິບັດເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດ.

 

ຫົວໜ້າ ຄຊກລ ໄດ້ຕາງໜ້າລັດຖະບານ ສະແດງຄວາມຂອບໃຈຕໍ່ລັດຖະບານສະຫະຣາຊະອານາຈັກອັງກິດທີ່ໄດ້ໃຫ້ການ

ຊ່ວຍເຫລືອແກ່ລາວ ໂດຍທຶນດັ່ງກ່າວຈະນຳໃຊ້ເຂົ້າໃນການເກັບກູ້ລະ ເບີດບໍ່ທັນແຕກອອກຈາກພື້ນທີ່ຈຸດສຸມ ແລະ ເຂດ

ໂຄງການພັດທະນາຂອງລັດຖະບານ, ນັບທັງການຊ່ວຍເຫລືອປິ່ນປົວຟື້ນຟູສຸຂະພາບ ແລະ ສົ່ງເສີມໃຫ້ຜູ້ລອດຊີວິດໄດ້ມີ

ອາຊີບຊ່ວຍເຫລືອຕົນເອງໄດ້. ຢ່າງໃດກໍຕາມການແກ້ໄຂບັນຫາລະເບີດບໍ່ທັນແຕກໄລຍະ 10 ກວ່າປີຜ່ານມາສາມາດປະຕິ

ບັດໄດ້ ພຽງ 40 ພັນເຮັກຕາ ແລະ ທຳລາຍລະເບີດຊະນິດຕ່າງໄດ້ 1 ລ້ານກວ່າໜ່ວຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...