ອະລັງການ! ເມືອງຮາຣ໌ບິນແກະສະລັກນໍ້າກ້ອນຫິມະ ສ້າງມະນຸດຫິມະຍັກສູງກວ່າ 34 ແມັດ

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 19 ທັນວາທີ່ຜ່ານມານີ້ວ່າ: ໃນສວນສາທາລະນະທີ່ໃຊ້ຈັດສະແດງເທດສະການຫິມະ ທີ່ເມືອງຮາຣ໌ບິນ ເມືອງເອກຂອງມົນທົນເຮຍຫຼົງຈຽງ ຂອງປະເທດຈີນ ໄດ້ສ້າງມະນຸດຫິມະຂະໜາດຍັກສູງກວ່າ 34 ແມັດຂຶ້ນ ໂດຍໃຊ້ກ້ອນນໍ້າກ້ອນຈາກຫິມະຫຼາຍເຖິງ 21,000 ແມັດກ້ອນ ມາແກະສະລັກໃຫ້ເປັນມະນຸດຫິມະຍັກຂະໜາດເຄິ່ງໂຕ ນອກຈາກນີ້ທາງທີມງານຍັງພະຍາຍາມເລັ່ງແກະສະລັກພະສາດລັກສະນະຢຸໂລບບໍລິເວນຮອບໂຕມັນດ້ວຍ.

ໂດຍທາງນັກອອກແບບ ແລະທີມງານວ່າຈະສາມາດແກະສະລັກມະນຸດຫິມະຍັກພ້ອມພະສາດແສນງາມນີ້ໃຫ້ສໍາເລັດໃນວັນທີ 20 ທັນວາ ກໍຄືມື້ນີ້ ຊຶ່ງຈະເປັນປະຕິມາກໍານໍ້າກ້ອນ ແລະຫິມະທີ່ສູງທີ່ສຸດໃນງານເທດສະການຄັ້ງນີ້.

1 COMMENT

Comments are closed.