spot_img
Homeຂ່າວຕ່າງປະເທດອະດີດຜູ້ນຳອິນໂດເນເຊຍ ປະນາມກຸ່ມ ISIS ສ້າງຄວາມອັບປະຍົດແກ່ມຸດສະລິມທົ່ວໂລກ!

ອະດີດຜູ້ນຳອິນໂດເນເຊຍ ປະນາມກຸ່ມ ISIS ສ້າງຄວາມອັບປະຍົດແກ່ມຸດສະລິມທົ່ວໂລກ!

Published on

 

ອະດີດຜູ້ນຳອິນໂດເນເຊຍ ປະນາມກຸ່ມ ISIS ສ້າງຄວາມອັບປະຍົດແກ່ສາສະໜາ ແລະ ຊາດມຸດສະລິມທົ່ວໂລກ

ພ້ອມທັງກະຕຸ້ນໃຫ້ຜູ້ນຳທົ່ວໂລກ ຊອກຫາມາດຕະການກຳຈັດ.

 

ສື່ຂອງຕ່າງປະເທດລາຍງານ ໃນວັນທີ 21 ສິງຫາ 2014 ຜ່ານມານີ້ວ່າ ທ່ານ ຊູຊິໂລ ບຳບັງ ຢູໂດໂຍໂນ ອະດີດປະທາ

ນາທິບໍດີຂອງອິນໂດເນເຊຍ ໄດ້ອອກປະກາດວ່າ ການກະທຳອັນປ່າເຖື່ອນຂອງກຸ່ມກໍ່ການຮ້າຍ ISIS ໄດ້ສ້າງຄວາມ

ອັບປະຍົດຕໍ່ຊາດມຸດສະລິມທົ່ວໂລກ ທັງນີ້ໄດ້ລະບຸວ່າ ການກະທຳຂອງກຸ່ມ ISIS ເປັນການກະທຳທີ່ຢູ່ນອກເໜືອ

ບົດບັນຍັດຂອງສາສະໜາມຸດສະລິມ ແລະ ທົນບໍ່ໄດ້ທີ່ຈະໃຫ້ມີ ISIS ໃນອິນໂດເນເຊຍ.

 

ພ້ອມນີ້ ອະດີດຜູ້ນຳຂອງອິນໂດເນເຊຍ ຍັງໄດ້ກະຕຸ້ນໃຫ້ຜູ້ນຳມຸດສະລິມ ແລະ ຜູ້ນຳທຸກໆປະເທດໃນທົ່ວໂລກ ແກ້

ໄຂບັນຫາດັ່ງກ່າວນີ້ຮ່ວມກັນ ແລະ ແນະນຳໃຫ້ທົບທວນການຕໍ່ສູ້ ເພື່ອຮັບມືກັບອິດສະລາມຫົວຮຸນແຮງກຸ່ມນີ້

ອີກທັງຍັງບອກຕື່ມວ່າ ຊາວອິນໂດເນເຊຍເອງ ຍັງຖືກຄັດເລືອກໃຫ້ເຂົ້າຮ່ວມຂະບວນການອັນສຸດໂຕ່ງນີ້ ແຕ່ເຊື່ອ

ວ່າ ລັດຖະບານພະຍາຍາມເປັນຢ່າງຍິ່ງ ທີ່ຈະຂັດຂວາງ ແລະ ຫາມາດຕະການຢຸດຕິລັດທິຫົວຮຸນແຮງນີ້.

 

ທັງນີ້ ອິນໂດເນເຊຍ ເປັນປະເທດທີ່ມີຜູ້ນັບຖືສາສະໜາອິດສະລາມ ຫຼາຍທີ່ສຸດໃນໂລກ ແລະ ພວມຖືກກຸ່ມລັດທິ

ກໍ່ການຮ້າຍອິດສະລາມຫົວຮຸນແຮງ ISIS ປຸກລະດົມຂົນຂວາຍ ເພື່ອຊັກຊວນມວນຊົນຊາວມຸດສະລິມໃນອິນໂດ

ເນເຊຍ ໃຫ້ເຂົ້າຮ່ວມຂະບວນການດັ່ງກ່າວ.

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...