spot_img
Homeຂ່າວຕ່າງປະເທດອະດີດຜູ້ນຳຝຣັ່ງ ນິໂກລາ ຊາໂກຊີ ປະກາດລົງຊີງຕຳແໜ່ງ ປະທານາທິບໍດີ ອີກໜຶ່ງສະໄໝ ໃນປີໜ້ານີ້!

ອະດີດຜູ້ນຳຝຣັ່ງ ນິໂກລາ ຊາໂກຊີ ປະກາດລົງຊີງຕຳແໜ່ງ ປະທານາທິບໍດີ ອີກໜຶ່ງສະໄໝ ໃນປີໜ້ານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ສິງຫານີ້ວ່າ ທ່ານ ນິໂກລາ ຊາໂກຊີ ອາຍຸ 61 ປີ ອະດີດປະທານາທິບໍດີຝຣັ່ງ ໄດ້ອອກມາປະກາດຢືນຢັນ ໃນວັນຈັນທີ 22 ສິງຫາຜ່ານມານີ້ວ່າ ທ່ານໄດ້ຕັດສິນໃຈຈະລົງຮັບສະໝັກເລືອກຕັ້ງ ຊີງຕຳແໜ່ງປະທານາທິບໍດີຝຣັ່ງ ອີກເທື່ອໜຶ່ງ ໃນບັ້ນເລືອກຕັ້ງປະທານາທິບໍດີ ທີ່ຈະຈັດຂຶ້ນໃນປີ 2017 ຈະມາເຖິງນີ້ ໂດຍທ່ານລະບຸວ່າ ມີຄວາມຈຳເປັນຕ້ອງໄດ້ກັບຄືນ ສູ່ເວທີການເມືອງອີກເທື່ອໜຶ່ງ ເພາະເຊື່ອໝັ້ນວ່າ ຕົນເອງຍັງມີສັກກະຍະພາບຫລາຍພໍ ທີ່ຈະຊ່ວຍນຳພາຝຣັ່ງ ກ້າວຜ່ານໄລຍະເວລາແຫ່ງຄວາມຍາກລຳບາກ ທີ່ກຳລັງປະສົບພົບພໍ້ໃນປັດຈຸບັນ ທັງບັນຫາດ້ານເສດຖະກິດ ແລະ ໄພຄຸກຄາມຈາກ ລັດທິກໍ່ການຮ້າຍ.

ກ່ອນໜ້ານີ້ ທ່ານ ຊາໂກຊີ ເຄີຍດຳລົງຕຳແໜ່ງ ປະທານາທິບໍດີຝຣັ່ງ ເປັນເວລາ 1 ສະໄໝ ໃນລະຫວ່າງເດືອນພຶດສະພາປີ 2007 ເຖິງເດືອນພຶດສະພາ 2012 ກ່ອນທີ່ຈະເສຍໄຊໃຫ້ແກ່ ທ່ານ ຟຣອງຊົວ ອອນລອງ ຈາກພັກສັງຄົມນິຍົມ ໃນການລົງສະໝັກເລືອກຕັ້ງ ເມື່ອປີ 2012.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...