spot_img
Homeຂ່າວຕ່າງປະເທດອະດີດຜູ້ຈັດການ Facebook ແສອັນຕະລາຍຂອງຜະລິດຕະພັນຕໍ່ເດັກ ແລະປະຊາທິປະໄຕ

ອະດີດຜູ້ຈັດການ Facebook ແສອັນຕະລາຍຂອງຜະລິດຕະພັນຕໍ່ເດັກ ແລະປະຊາທິປະໄຕ

Published on

ເວັບໄຊ NPR ລາຍງານ: ອະດີດຜູ້ຈັດການຜະລິດຕະພັນ Facebook ໄດ້ເປີດເຜີຍຕໍ່ຄະນະອະນຸກຳມະການການຄ້າວຸດທິສະພາແຫ່ງສະຫະລັດອາເມລິກາດ້ານການຄຸ້ມຄອງຜູ້ບໍລິໂພກ, ຄວາມປອດໄພຂອງຜະລິດຕະພັນ ແລະຄວາມປອດໄພຂອງຂໍ້ມູນ ໂດຍໄດ້ເວົ້າເຖິງໄພອັນຕະລາຍຂອງຜະລິດຕະພັນ Facebook ທີ່ມີຕໍ່ເດັກ ແລະປະຊາທິປະໄຕ ພ້ອມກັບເລື່ອງທີ່ຜູ້ບໍລິຫານຂອງ Facebook ໄດ້ເຊື່ອງຊ້ອນງານວິໄຈທີ່ກ່ຽວຂ້ອງກັບເຄືອຂ່າຍສັງຄົມອອນລາຍ ເພື່ອຮັກສາທຸລະກິດຂອງຕົນໃຫ້ໂດດເດັ່ນ.

ການສຶກສາພາຍໃນຂອງອະດີດຜູ້ຈັດການຜະລິດຕະພັນ Facebook ຄົນດັ່ງກ່າວ ພົບວ່າ 13% ຂອງຍິງສາວໄວຮຸ່ນທີ່ໃຊ້ Instagram ບອກວ່າ ພວກເຂົາຄິດຢາກຂ້າໂຕຕາຍ ແລະອີກ 17% ກ່າວວ່າ Instagram ມີສ່ວນເຮັດໃຫ້ເກີດຄວາມຜິດປົກກະຕິໃນການກິນ. ທ່າມກາງຄວາມຂັດແຍ່ງຂອງ Instagram ນັ້ນ, ທາງ Facebook ກໍໄດ້ປະກາດວ່າຈະຢຸດພັດທະນາເວີຊັ່ນ Instagram ສຳລັບຜູ້ໃຊ້ທີ່ມີອາຍຸຕໍ່າກວ່າ 13 ປີ.

“Facebook ຈຳເປັນຕ້ອງຢູ່ພາຍໃຕ້ລະບຽບການຄຸ້ມຄອງຂອງລັດຖະບານ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງສາທາລະນະ ແຕ່ຄວາມຈິງແລ້ວ ຜູ້ນຳບໍລິສັດຮູ້ດີວ່າຈະເຮັດແນວໃດເພື່ອໃຫ້ Facebook ແລະ Instagram ປອດໄພກວ່ານີ້ ແຕ່ພວກເຂົາພຽງແຕ່ບໍ່ຢາກເຮັດ,” ອະດີດຜູ້ຈັດການ Facebook ກ່າວ.

ຢ່າງໃດກໍຕາມ, ການສຶກສາພາຍໃນຂອງອະດີດຜູ້ຈັດການຜະລິດຕະພັນ Facebook ຮ່ວມກັບສື່ມວນຊົນ ລວມທັງສະມາຊິກສະພາ ແລະໜ່ວຍງານຄຸ້ມຄອງຂອງລັດຖະບານກາງຄັ້ງນີ້ ໄດ້ເຮັດໃຫ້ Facebook ເຂົ້າສູ່ວິກິດຄັ້ງໃຫຍ່ໃນຮອບຫຼາຍປີ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...