spot_img
Homeຂ່າວຕ່າງປະເທດອະດີດຕຳຫຼວດອາຟການິດສະຖານເຜີຍສະມາຊິກຕາລີບານຂົ່ມຂືນສົບແມ່ຍິງ

ອະດີດຕຳຫຼວດອາຟການິດສະຖານເຜີຍສະມາຊິກຕາລີບານຂົ່ມຂືນສົບແມ່ຍິງ

Published on

ເວັບໄຊ The Sun ລາຍງານ: ນາງ ມຸສຄານ, ອະດີດຕຳຫຼວດຍິງອາຟການິດສະຖານຂະນະນີ້ກຳລັງລີ້ໄພຢູ່ປະເທດອິນເດຍ ໄດ້ເລົ່າເລື່ອງສຸດສະເທືອນໃຈກ່ຽວກັບກຸ່ມຕາລີບານ ໂດຍອ້າງວ່າ ມີສະມາຊິກກຸ່ມຕາລີບານບາງຄົນໄດ້ບຸກເຂົ້າໄປໃນເຮືອນປະຊາຊົນເພື່ອລ່າເຫຍື່ອມາຂົ່ມຂືນ ແມ່ນແຕ່ສົບແມ່ຍິງທີ່ພວກມັນຂ້າຖິ້ມຫຼາຍລາຍກໍຍັງຖືກກະທຳສຳເລົາເພື່ອຕອບສະໜອງຄວາມຕ້ອງການທາງເພດ.

“ຕອນພວກເຮົາຢູ່ອາຟການິດສະຖານແມ່ນຈະຖືກກຸ່ມຕາລີບານສັ່ງຫ້າມຫຼາຍຢ່າງ ເປັນຕົ້ນຫ້າມບໍ່ໃຫ້ໄປເຮັດວຽກ, ຫາກຝ່າຝືນກໍຈະຖືກຂູ່ ຫຼື ຂ້າຖິ້ມ ຮ້າຍແຮງໄປກວ່ານັ້ນ ທະຫານບາງຄົນກໍເຂົ້າໄປຍາດເອົາແມ່ຍິງເຖິງເຮືອນມາຂົ່ມຂືນ ຖ້າໃຜບໍ່ຍິນຍອມກໍຖືກຍິງຖິ້ມແລ້ວລົງມືຂົ່ມຂືນພາຍຫຼັງເສຍຊີວິດໂດຍບໍ່ສົນກັບຄວາມເປັນຄວາມຕາຍຂອງເຫຍື່ອຜູ້ເຄາະຮ້າຍແຕ່ຢ່າງໃດ.” ນາງ ມຸສຄານກ່າວ.

ຢ່າງໃດກໍຕາມ, ແມ່ຍິງ ແລະ ເດັກຍິງໃນອາຟການິດສະຖານຖືກຈັດເປັນກຸ່ມປະຊາກອນທີ່ມີຄວາມສ່ຽງຫຼາຍທີ່ສຸດພາຍໃຕ້ການປົກຄອງຂອງກຸ່ມຕາລີບານໃນຂະນະນະນີ້ ເຖິງແມ່ນກຸ່ມຕາລີບານພະຍາຍາມກ່າວອ້າງວ່າຈະໃຫ້ຄວາມເຄົາລົບແກ່ສິດຂອງແມ່ຍິງກໍຕາມ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...