spot_img
Homeຂ່າວພາຍ​ໃນອອກເດີນທາງສູ່ກຳປູເຈຍແລ້ວ ທັບນັກກິລາຄົນພິການລາວ ເພື່ອຮ່ວມອາຊຽນ ພາຣາເກມ ຄັ້ງທີ 12

ອອກເດີນທາງສູ່ກຳປູເຈຍແລ້ວ ທັບນັກກິລາຄົນພິການລາວ ເພື່ອຮ່ວມອາຊຽນ ພາຣາເກມ ຄັ້ງທີ 12

Published on

ທັບນັກກິລາຄົນພິການທີມຊາດລາວ ຈຳນວນ 7 ປະເພດກິລາ ແລະ ເປັນຂະບວນໃຫຍ່ນຳ ໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ພ້ອມດ້ວຍຄະນະໄດ້ອອກເດີນທາງຢ່າງເປັນທາງການ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023.

ພິທີສົ່ງທັບນັກກິລາຄົນພິການທີມຊາດລາວຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 31 ພຶດສະພາ 2023 ທີ່ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ມີບັນດາຄະນະກົມ, ພະແນກ, ຄະນະບໍລິຫານງານສະຫະພັນກິລາຄົນພິການແຫ່ງຊາດ, ຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດມວນຊົນຊາວລາວ ກໍຄື ຊາວນະຄອນຫຼວງ ຮ່ວມອວຍໄຊຢ່າງຫຼວງຫຼາຍ.

ໃນການເດີນທາງໃນຄັ້ງນີ້ ຊຶ່ງເປັນຂະບວນໃຫຍ່ ແລະ ເປັນຊຸດທີ 2 ຊຶ່ງມີຄະນະນຳ, ຄະນະຄູຝຶກ, ແພດປະຈຳທີມ, ສື່ມວນຊົນ ແລະ ນັກກິລາ ປະກອບມີທັງໝົດ 78 ຄົນ ໂດຍທຸກຄົນໄດ້ນຸ່ງຊຸດວອມ ແລະ ເສື້ອໂປໂລທີມຊາດລາວ ພ້ອມອອກເດີນທາງດ້ວຍສາຍການບິນຫວຽດນາມ ແອລາຍ ຖ້ຽວບິນ VN0921 ສຳລັບການແຂ່ງຂັນງານກິລາ “ອາຊຽນ ພາຣາເກມ” ຄັ້ງທີ 12 ໃນຄັ້ງນີ້ ຄາດວ່າຈະມີການຊີງໄຊທັງໝົດ 10 ກວ່າປະເພດກິລາ, ໃນນັ້ນ ສປປ ລາວ ຈະສົ່ງນັກກິລາທັງໝົດ 89 ຄົນ ຈາກ 7 ປະເພດກິລາດັ່ງກ່າວ ແລະ ໃນວັນທີ 31 ພຶດສະພາ 2023 ທັບນັກກິລາຄົນພິການລາວ ໄດ້ອອກເດີນທາງເຂົ້າຮ່ວມແຂ່ງຂັນຢ່າງເປັນທາງການ ສຳລັບທັບນັກກິລາຄົນພິການລາວ ໃນຈຳນວນ 7 ປະເພດ ທີ່ຈະເຂົ້າຮ່ວມ ອາຊຽນ ພາຣາເກມ ຄັ້ງນີ້ ປະກອບມີ ຄື: ແລ່ນ-ລານ ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ; ລອຍນ້ຳ ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ; ຍົກນ້ຳໜັກ ລວມ 6 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ; ໂກນບານຍິງ ລວມ 10 ຄົນ, ນັກກິລາ 6 ຄົນ; ບັອດເຊຍ ລວມ 7 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ; ບານບ້ວງລໍ້ເລື່ອນຍິງ ລວມ 13 ຄົນ, ນັກກິລາ 9 ຄົນ ແລະ ກິລາບານເຕະຄົນພິການຕາ ລວມ 15 ຄົນ, ນັກກິລາ 10 ຄົນ ລວມຜູ້ເຂົ້າຮ່ວມທັງໝົດ 89 ທ່ານ, ຍິງ 36 ທ່ານ, ໃນນັ້ນ ຄະນະນຳ 11 ທ່ານ, ຍິງ 6 ທ່ານ, ແພດ-ນັກຂ່າວ 5 ທ່ານ, ຍິງ 2 ທ່ານ, ຄູຝຶກ-ຜູ້ຊ່ວຍຄູຝຶກ 28 ທ່ານ, ຍິງ 7 ທ່ານ ແລະ ນັກກິລາທັງໝົດ 45 ຄົນ, ຍິງ 21 ຄົນ.
ສ່ວນຄວາມຫວັງໃນການເຂົ້າຮ່ວມງານດັ່ງກ່າວ, ສປປ ລາວ ໄດ້ຕັ້ງເປົ້າໝາຍໄວ້ ຈະພະຍາຍາມສູ້ຊົນສ້າງຜົນງານໃຫ້ໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 10 ຫຼຽນທອງ.

ທີ່ມາ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...