spot_img
Homeຂ່າວພາຍ​ໃນຫ້ອງວ່າການແຂວງສາລະວັນໄດ້ມີການອອກແຈ້ງການໃຫ້ກະກຽມສະບຽງອາຫານ ແລະ ເຄື່ອງໃຊ້ຈໍາເປັນ

ຫ້ອງວ່າການແຂວງສາລະວັນໄດ້ມີການອອກແຈ້ງການໃຫ້ກະກຽມສະບຽງອາຫານ ແລະ ເຄື່ອງໃຊ້ຈໍາເປັນ

Published on

ໃນວັນທີ 9 ກັນຍາ 2021 ຫ້ອງວ່າການແຂວງສາລະວັນໄດ້ມີການອອກແຈ້ງການກ່ຽວກັບການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ປະຊາຊົນທົ່ວແຂວງສາລະວັນໃຫ້ກະກຽມສະບຽງອາຫານ ແລະ ເຄື່ອງໃຊ້ຈໍາເປັນ ເພື່ອກະກຽມໃຫ້ແກ່ການລັອກດາວຂັ້ນສູງຂອງແຂວງສາລະວັນດັ່ງນີ້:

– ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19
– ອີງຕາມແຈ້ງການຂອງຄະນະສະເພາະກິດໂຄວະກ-19 ຂັ້ນແຂວງ ເລກທີ 19/ຈຂ.ສວ, ລົງວັນທີ 01 ກັນຍາ 2021
– ອີງຕາມການຄົ້ນຄວ້າປະເມີນສະຖານະການຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ຂັ້ນແຂວງ, ຄັ້ງວັນທີ 08 ກັນຍາ 2021

ຫ້ອງວ່າການແຂວງສາລະວັນ, ຂໍຖືເປັນກຽດແຈ້ງມາຍັງທ່ານຊາບດັ່ງນີ້: ເນື່ອງຈາກວ່າມາຮອດປັດຈຸບັນນີ້ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງສາລະວັນມີທ່າອ່ຽວຮຸນແຮງຂຶ້ນ ໂດຍສະເພາະການລະບາດໃນຊຸມຊົນ, ສະນັ້ນ, ເພື່ອຮັບປະກັນໃຫ້ການດໍາລົງຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນໃນໄລຍະທີ່ມີການລັອກດາວຂັ້ນສູງແຂວງສາລະວັນ.

1. ໃຫ້ບັນດາເມືອງ, ພະແນກການ – ອົງການທຽບເທົ່າອ້ອມຂ້າງແຂວງ ແຈ້ງພະນັກງານ – ລັດຖະກອນ ແລະ ພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກະກຽມຈັດຊື້ສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອແຮໄວ້ນຳໃຊ້ໃນຊ່ວງໄລຍະການລ໋ອກດາວແຂວງຂັ້ນສູງ ເພື່ອສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 10 ໃນຊຸມຊົນ ຢູ່ແຂວງສາລະວັນ.

2. ຫ້າມຊາວຄ້າ – ຂາຍ ສວຍໂອກາດກັກຕຸນສິນຄ້າ ຫຼື ຂື້ນລາຄາສີນຄ້າ ໃນຊ່ວງໄລຍະນີ້ ຢ່າງເດັດຂາດ, ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ລົງຕິດຕາມ, ຖ້າຜູ້ໃດຜ່າຜືນແມ່ນໃຫ້ປະຕິບັດມາດຕະການທາງກົດໝາຍຢ່າງເຂັ້ມງວດ.

3. ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຄົ້ນຄວ້າສະໜອງແນວພັນ, ແນະນຳໃຫ້ປະຊາຊົນຫັນມາປູກຝັງ – ລ້ຽງສັດກຸ້ມຕົນເອງໃຫ້ຫຼາຍຂຶ້ນໃນໄລຍະລ໋ອກດາວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...