spot_img
Homeຂ່າວພາຍ​ໃນຫ້ອງການສູນກາງຊາວໜຸ່ມປະຊາຊົນລາວ ອອກໜັງສືແຈ້ງການ!

ຫ້ອງການສູນກາງຊາວໜຸ່ມປະຊາຊົນລາວ ອອກໜັງສືແຈ້ງການ!

Published on

ຫ້ອງການສູນກາງຊາວໜຸ່ມປະຊາຊົນລາວ ໄດ້ອອກໜັງສືແຈ້ງການວ່າ:

ຫ້ອງການ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຂໍແຈ້ງມາຍັງທ່ານທີ່ຈະຈັດເວທີການປະກວດນາງສາວ ແລະ ຊາຍງາມ, ໂຄງການປະກວດທີ່ໄດ້ຮັບລິຂະສິດຈາກຕ່າງປະເທດມາຄັດເລືອກເອົາຊາວໜຸ່ມລາວທັງ ເພດຍິງ ແລະ ເພດ ຊາຍ ຈະປະກວດພາຍໃນປະເທດ, ຢູ່ໃນລະດັບພາກພື້ນ ແລະ ສາກົນ ແມ່ນໃຫ້ມາພົວພັນ ແລະ ຂໍອະນຸມັດຈາກສູນກາງ ຊາວຫນຸ່ມປະຊາຊົນປະຕິວັດລາວຕາມລະບຽບເພື່ອຄວາມສະດວກ ແລະ ຮັບປະກັນໃຫ້ແກ່ໂຄງການປະກວດບັນດານາງ ສາວ ແລະ ຊາຍງາມຕ່າງໆ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທັງເປັນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ, ນາງສາວ ແລະ ຊາຍງາມຕ່າງໆ ລະອຽດດັ່ງນີ້:

1). ສໍາລັບໂຄງການປະກວດທີ່ບໍ່ແມ່ນການຄັດເລືອກເອົາຍິງແທ້ ແລະ ຊາຍແທ້ໂດຍກໍາເນີດ ແມ່ນທາງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະບໍ່ອະນຸຍາດໃຫ້ຈັດງານດັ່ງກ່າວຂື້ນເດັດຂາດ;

2). ຫ້າມສວຍໂອກາດໃນການໄປທ່ອງທ່ຽວແລ້ວໄປເຂົ້າຮ່ວມປະກວດ, ແຂ່ງຂັນນາງສາວ, ຊາຍງາມ ຢູ່ຕ່າງປະເທດ.

3). ຖ້າຫາກພາກສ່ວນ, ບຸກຄົນ ບໍ່ປະຕິບັດຕາມແມ່ນຖືວ່າມີຄວາມຜິດ ແລະ ຈະຕ້ອງໄດ້ຖືກປະຕິບັດຕາມລະບຽບກົດໝາຍ ຂອງ ສປປລາວ.

4). ລາຍລະອຽດເພີ່ມເຕີມ ແລະ ບ່ອນປະສານງານ ແມ່ນກົມຂະບວນການຊາວຫນຸ່ມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນຮັບຊາບ ແລະ ປະຕິບັດນັບແຕ່ມື້ໄດ້ຮັບແຈ້ງການເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...