ຫຼົງກິນກາເຟປະສົມສານເສບຕິດ ໝົດສະຕິເກືອບເອົາຊີວິດບໍ່ລອດ

0
671

ໃນປັດຈຸບັນ ບັນຫາຢາເສບຕິດເປັນໄພນາບຂູ່ມາກັບສັງຄົມ ນັບມື້ນັບຍິ່ງມີຢາເສບຕິດມາໃນຮູບແບບໃໝ່ເລື່ອຍໆ ຈຶ່ງເຮັດໃຫ້ກຸ່ມຄົນທີ່ເສບສານເສບຕິດກວ້າງຂຶ້ນ ໂດຍຢາເສບຕິດຮູບແບບໃໝ່ທີ່ບໍ່ແມ່ນພຽງແຕ່ປະເພດຢາບ້າ ກໍມີຄື: ກາເຟມ່ວນ, ຄໍລາເຈນ, ນໍ້າສະຫວັນ, ນໍ້າໃບກະທ້ອມ, ສານລະເຫີຍ ເປັນລັກສະນະແບບປູມເປົ້າ ແກັສສໍາລັບສູດດົມ ແລະ ອື່ນໆ.

ສານເສບຕິດດັ່ງກ່າວນີ້ ມີບາງກຸ່ມກໍນຳໃຊ້ດ້ວຍຄວາມຕັ້ງໃຈ ແຕ່ບາງກຸ່ມກໍຫຼົງເສບ ແບບບໍ່ຮູ້ໂຕເຊັ່ນກໍລະນີນີ້ ຖືກເຜີຍແຜ່ຜ່ານເຟສບຸກສ່ວນໂຕຂອງ ນາງ ລຳພອນ ວົງໄຊ ວ່າ: ກາເຟປະສົມສານເສບຕິດ ເມື່ອກິນຖ້າຮ່າງກາຍບໍ່ເເຂງເເຮງ ເວລາດື່ມເຂົ້າໄປຈະເຮັດໃຫ້ມີອາການຫາຍໃຈຍາກ ບໍຮູ້ສະຕິ ຂາດເລືອດໄປລໍ່ລ້ຽງຫົວໃຈ ເຮັດໃຫ້ຊອັກໝົດສະຕິ, ໂດຍຕົນແລະ ສາມີ ໄດ້ຊື້ກາເຟ ໂດຍຕອນຊື້ກິນກໍຄິດພຽງວ່າເປັນກາເຟທົ່ວໄປ ແລ້ວເອົາມາແບ່ງກັນຄົນລະເຄິ່ງຊອງ ເມື່ອກິນເຂົ້າໄປພຽງ 2 ກືນບໍ່ຮອດ 5 ນາທີກໍໝົດສະຕິແລ້ວຖືກນຳສົ່ງໂຮງໝໍ.

ແລະ ນາງ ລຳພອນ ກໍໄດ້ກ່າວຕື່ມອີກວ່າ: ກາເຟດັ່ງກ່າວໄດ້ຊື້ມາຈາກຄາຊິໂນ ແລະ ຕົນກໍປອດໄພແລ້ວ.

ທັ້ງນີ້ ຈຶ່ງຢາກມາເຕືອນທຸກຄົນ ເມື່ອໄປທ່ຽວໃນສະຖານບັນເທີງຄວນລະມັດລະວັງໃນການດື່ມສິ່ງຕ່າງໆ ເພາະທ່ານອາດບໍ່ໂຊກດີແບບນີ້ ແລະ ຍັງມີບາງກໍລະນີທີ່ເສບເກີນຂະໜາດຈົນເຮັດໃຫ້ເສຍຊີວິດ.