Homeຂ່າວຢາເສບຕິດແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຕ້ານຢາເສບຕິດສາກົນ ຄົບຮອບ 36 ປີ

ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຕ້ານຢາເສບຕິດສາກົນ ຄົບຮອບ 36 ປີ

Published on

ວັນທີ 29 ມິຖຸນາ 2023 ຜ່ານມາ, ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານຢາເສບຕິດສາກົນ ຄົບຮອບ 36 ປີ (26 ມິຖຸນາ 1987-26 ມິຖຸນາ 2023) ແລະ ຈູດທຳລາຍຢາເສບຕິດ, ໂດຍ ມີ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງວຽງຈັນ, ມີການນຳພັກ-ລັດ, ພະແນກການ, ພ້ອມດ້ວຍອົງການ, ກົມກອງຂັ້ນແຂວງ, ຂັ້ນເມືອງ ແລະ ນັກສຶກສາວິທະຍາໄລຈາກສະຖາບັນການສຶກສາພາຍໃນແຂວງ ເຂົ້າຮ່ວມ.

ພັອ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນໄລຍະ 6 ເດືອນທ້າຍປີ 2022 ຫາ 6 ເດືອນຕົ້ນປີ 2023, ເຊິ່ງໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດປະເພດຕ່າງໆ ແລະ ການລັກລອບຄ້າຂາຍຢາເສບຕິດ ແລະ ເປັນສິ່ງທີ່ທຳລາຍຊີວິດຂອງຄົນເຮົາຢ່າງຫຼວງຫຼາຍ, ເປັນອຸປະສັກຕໍ່ການພັດທະນາຊັບພະຍາ ກອນມະນຸດ, ຢາເສບຕິດແມ່ນໄດ້ສົ່ງຜົນກະທົບໃຫ້ແກ່ທຸກພາກສ່ວນຂອງສັງຄົມ ໃນແຕ່ລະປະເທດ ໂດຍສະເພາະຕໍ່ເສລີພາບ ແລະ ການພັດທະນາຊາວໜຸ່ມ-ເຍົາວະ ຊົນ ເປັນສິ່ງທ້າທາຍ ແລະ ໜ້າເປັນຫ່ວງ; ສະນັ້ນ, ພັກ-ລັດ ຈຶ່ງໄດ້ນຳໃຊ້ກາລະໂອ ກາດທີ່ດີວາງແນວທາງແກ້ໄຂບັນຫາຢາເສບຕິດ ໂດຍສະເພາະຄະນະພັກ, ອົງການປົກຄອງແຕ່ລະຂັ້ນພາຍໃນແຂວງວຽງຈັນ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ບັນດາມະຕິຄຳສັ່ງ, ແຈ້ງການຕ່າງໆ ວ່າດ້ວຍການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ແນໃສ່ລຶບລ້າງຄວາມທຸກຍາກເຮັດໃຫ້ພາກພື້ນປອດຢາເສບຕິດ.

ສະເພາະຢູ່ແຂວງວຽງຈັນ ໃນ 6 ເດືອນ ທ້າຍປີ 2022 ຫາ 6 ເດືອນຕົ້ນປີ 2023 ຜ່ານມາ, ສາມາດມ້າງຄະດີ ໄດ້ທັງໝົດ 437 ເລື່ອງ, ມີຜູ້ຖືກຫາ 642 ຄົນ ຍິງ 43 ຄົນ ແລະ ສາມາດຍຶດຂອງ ກາງໄດ້ຄື: ຢາບ້າ 3.916.981 ເມັດ, ຢາໄອສ໌ 105 ກິໂລກຼາມ, ເຮໂຣອິນ 1,2 ກິໂລກຼາມ ແລະ 5 ຖົງນ້ອຍ, ຄັນຊາອັດແທ່ງ 14,27 ກິໂລກຼາມ, ຝິ່ນ 181,36 ກຼາມ, ຢາອີ 65 ເມັດ,ໂທລະສັບ 483 ເຄື່ອງ, ລົດຈັກ 117 ຄັນ, ລົດໃຫຍ່ 6 ຄັນ, ປືນສັ້ນ ຈໍານວນ 7 ກະ ບອກ, ປືນປະດິດ ແລະ ປືນດັດ ແປງ ຈໍານວນ 19 ກະບອກ, ປືນ ແກັບ 3 ກະບອກ, ປືນກາຕົງ 1 ກະບອກ, ລູກປືນແວ່ງ, ລູກປືນ ກາຕົງ, ລູກປືນລູກຊອງ, ລູກປືນອາ ກາ ລວມທັງໝົດ 84 ລູກ, ໝາກ ແຕກຂຽບ 1 ໜ່ວຍ, ໝາກຝ່າ 1 ກິໂລກຼາມ, ເງິນ 437.750.000 ກີບ, ເງິນບາດ 35.790 ບາດ, ເງິນ ໂດລາ 505 ໂດລາ, ໄດ້ສົ່ງສຳນວນ ຄະດີໃຫ້ອົງການໄອຍະການປະຊາຊົນມີທັງໝົດ 132 ເລື່ອງ, ມີຜູ້ ຖືກຫາ 169 ຄົນ ຍິງ 14 ຄົນ ພ້ອມດ້ວຍຂອງກາງຄະດີອື່ນໆອີກຈໍານວນໜຶ່ງ. ປັດຈຸບັນ, ຄະດີພວມດໍາເນີນການສືບສວນ-ສອບສວນ ມີທັງໝົດ 288 ເລື່ອງ, ມີຜູ້ຖືກຫາ 451 ຄົນ ຍິງ 29 ຄົນ.

ສ່ວນຢາເສບຕິດທີ່ສານຕັດສິນແລ້ວນັບແຕ່ 6 ເດືອນທ້າຍປີ 2022 ຫາ 6 ເດືອນຕົ້ນປີ 2023 ມີຢາບ້າທັງໝົດ 392.156 ເມັດ, ຢາໄອສ໌ 6,91 ກຼາມ ແລະ ເຮ ໂຣອິນ 82,62 ກຼາມ, ຢາອີ 8 ເມັດ, ກັນຊາ 18 ກຼາມ, ຝິ່ນ 11,15 ກຼາມ, ໃບກະທ່ອມ 27,5 ກິໂລກຼາມ, ນ້ຳກະທ່ອມ 10 ຕຸກ, ຢາດີໄອ 655 ແກ້ວ ແລະ ຢາສູບໄຟຟ້າ 167 ອັນ ແມ່ນໄດ້ນຳມາຈູດທຳລາຍຖິ້ມຢູ່ທີ່ເດີ່ນຫ້ອງວ່າການປົກຄອງແຂວງວຽງຈັນ ໂດຍມີ ການນຳພັກ-ລັດ, ຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍນັກສຶກສາວິທະຍາໄລຈາກສະຖາ ບັນການສຶກສາພາຍໃນແຂວງ ເຂົ້າຮ່ວມໃນພິທີດັ່ງກ່າວຢ່າງຫຼວງຫຼາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...