spot_img
Homeຂ່າວເຫດການຫຼາຍເສັ້ນທາງອອກສູ່ຊານເມືອງເປ່ເພໜັກ ຍັງບໍ່ໄດ້ຮັບການສ້ອມແປງ

ຫຼາຍເສັ້ນທາງອອກສູ່ຊານເມືອງເປ່ເພໜັກ ຍັງບໍ່ໄດ້ຮັບການສ້ອມແປງ

Published on

 

ປັດຈຸບັນເສັ້ນທາງຕ່າງໆ ນັບທັງທາງຊອຍໃນເທດສະບານ ແລະ ເສັ້ນທາງອອກສູ່ຊານເມືອງຫຼາຍສາຍ ຕົກຢູ່ໃນສະພາບ

ເປ່ເພເປັນບວກຂຸມສ້າງຄວາມຫຍຸ້ງຍາກລຳບາກໃຫ້ແກ່ການສັນຈອນໄປມາ ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບ

ຝົນຕົກນ້ຳຖ້ວມ ແລະ ບໍ່ຮູ້ວ່າເມື່ອງໃດພາກສ່ວນກ່ຽວຂ້ອງຈຶ່ງຈະເລີ່ມປົວແປງເສັ້ນ ທາງເປ່ເພດັ່ງກ່າວ, ພຽງພາກສ່ວນ

ກ່ຽວຂ້ອງຕອບວ່າຈະເລີ່ມສ້ອມແປງເມື່ອສິ້ນສຸດລະດູຝົນ, ດັ່ງນັ້ນຈຶ່ງຂໍສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນສ້ອມ

ແປງ ເພື່ອບໍ່ໃຫ້ເສັ້ນທາງເປ່ເພຫຼາຍໄປກວ່ານີ້.

 

ສະພາບເປ່ເພຂອງເສັ້ນທາງໜັກໜ່ວງແມ່ນເສັ້ນທາງຈາກນະຄອນຫຼວງວຽງຈັນໄປບັນດາແຂວງພາກເໜືອ, ເຖິງວ່າ

ພາກສ່ວນກ່ຽວຂ້ອງໄດ້ມີການສ້ອມແປງຊົວຄາວ, ແຕ່ບາງຄັ້ງຄາວເສັ້ນທາງກໍຖືກຕັດຂາດຍ້ອນດິນເຈື່ອນຖົມ, ເສັ້ນ

ທາງເປັນຂຸມເລິກເຮັດໃຫ້ຜູ້ທຽວທາງພົບຄວາມຫຍຸ້ງຍາກຫຼາຍຄື: ເສັ້ນທາງເລກ 13 ໃຕ້ກໍເຫັນວ່າມີສະພາບເປ່ເພເຊັ່ນ

ດຽວກັນ, ເນື່ອງຈາກເສັ້ນທາງສາຍນີ້ ເປັນເສັ້ນທາງເກົ່າມີລົດບັນທຸກໜັກທຽວໄປມາບໍ່ຂາດໄລຍະ, ບວກກັບສະພາບ

ຝົນຕົກນ້ຳຖ້ວມຈຶ່ງກໍ່ໃຫ້ເກີດມີການເປ່ເພຫຼາຍ, ແຕ່ເຖິງຢ່າງໃດກໍຕາມຜູ້ໃຊ້ລົດໃຊ້ຖະໜົນ ແລະ ປະຊາຊົນທີ່ຕັ້ງບ້ານ

ເຮືອນຢູ່ລຽບຕາມເສັ້ນທາງ ກໍຍັງຄອງຄອຍໃຫ້ພາກສ່ວນກ່ຽວຂ້ອງດຳເນີນການປົວແປງໂດຍ ໄວເພື່ອໃຫ້ມີຄວາມສະ

ດວກໃນການໄປມາ ແລະ ກໍຍິນດີນຳຂະແໜງການກ່ຽວຂ້ອງ ເພາະໄດ້ຍິນວ່າຈະມີການກໍ່ສ້າງເສັ້ນທາງດົງໂດກ-ໜອງ

ບຶກຕັດອອກສູ່ ເສັ້ນທາງເລກ 13 ເໜືອເປັນເສັ້ນທາງມາດຕະຖານໃນໄວໆນີ້, ໂດຍບໍລິສັດຢູນນານ ສປ ຈີນ ຈະເປັນຜູ້

ຮັບເໝົາກໍ່ສ້າງ, ແຕ່ແນວໃດກໍ່ຂໍໃຫ້ຂະແໜງການກ່ຽວຂ້ອງຝ່າຍເຮົາເອົາໃຈໃສ່ກວດກາມາດຕະຖານໃຫ້ດີ, ເພື່ອການ

ນຳໃຊ້ງານໄດ້ຍາວນານສົມກັບການລົງທືນອັນຫຼວງຫຼາຍຂອງລັດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...