spot_img
Homeຂ່າວຕ່າງປະເທດຫຼາຍປະເທດຮ່ວມສົມທົບທິນ 253 ລ້ານຢູໂຣ ຊ່ວຍຟື້ນຟູເມືອງຫຼວງຂອງປະເທດບີລັງ

ຫຼາຍປະເທດຮ່ວມສົມທົບທິນ 253 ລ້ານຢູໂຣ ຊ່ວຍຟື້ນຟູເມືອງຫຼວງຂອງປະເທດບີລັງ

Published on

ເວັບໄຊ dailynews ລາຍງານວ່າ ໃນການປະຊຸມເທເລຄອນເຟີເຣນຊ໌ຂອງລັດຖະບານຈາກ 15 ປະເທດ ແລະ ສະຫະພາບເອີຣົບ ເມື່ອວັນອາທິດທີ່ຜ່ານມາ ເພື່ອລະດົມທຶນຊ່ວຍເຫຼືອປະເທດບີລັງ (ເລບານອນ) ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກຈາກເຫດການລະເບີດຢ່າງຮຸນແຮງທີ່ທ່າເຮືອຫຼັກໃນວັນທີ 4 ສິງຫາ ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 160, ບາດເຈັບຫຼາຍກວ່າ 6,000ຄົນ.

ໃນການລະດົມທຶນນີ້ເບື້ອງຕົ້ນສາມາດລະດົມທຶນໄດ້ 253 ລ້ານຢູໂຣ ສ່ວນໃຫຍ່ແມ່ນມາຈາກສະຫະພາບເອີຣົບ ແລະ ປະເທດຝຣັ່ງ ທີ່ເປັນກຳລັງສຳຄັນໃນການຊ່ວຍເຫຼືອປະເທດບີລັງ.

ຜູ້ນຳປະເທດຝຣັ່ງ ໄດ້ກ່າວວ່າ ນອກຈາກຄວາມຊ່ວຍເຫຼືອໃນຮູບແບບຂອງເງິນ ແລະ ສິ່ງຂອງຈາກນານາປະເທດຮ່ວມກັນມອບໃຫ້ແກ່ບີລັງແລ້ວ ອີກສິ່ງໜຶ່ງທີ່ສຳຄັນຫຼາຍ ແລະ ຕ້ອງໄດ້ດຳເນີນການຢ່າງຮີບດ່ວນທີ່ສຸດ ຄືການທີ່ບີລັງຕ້ອງປະຕິຮູບໃຫ້ຈິງຈັງ ແລະ ມີປະສິດທິພາບກວ່ານີ້.

ທັງນີ້,​ ໄດ້ເກີດມີການປະທ້ວງຂັບໄລ່ລັດຖະບານຊຸດໃໝ່ເມື່ອວັນອາທິດທີ່ຜ່ານມາ ຫຼັງຜູ້ປະທ້ວງສາມາດບຸກເຂົ້າໄປພາຍໃນສະຖານທີ່ຣາຊະການຫຼາຍແຫ່ງເມືອວັນເສົາທີ່ຜ່ານມາ ແລ້ວທຳລາຍຊັບສິນທີ່ຢູ່ໃນອາຄານຈົນເສຍຫາຍ ໃນຂະນະທີ່ລັດຖະມົນຕີກະຊວງຂ່າວສານ ແລະ ລັດຖະມົນຕີກະຊວງສິ່ງແວດລ້ອມ ໄດ້ປະກາດລາອອກເພາະຮັບບໍ່ໄດ້ອີກຕໍ່ໄປກັບນະໂຍບາຍຂອງລັດຖະບານ.

ສຳລັບຄວາມຄືບໜ້າຂອງການສືບສວນ-ສອບສວນຫາສາເຫດຂອງການລະເບີດນີ້ ທຸກຝ່າຍຍັງຄົງລົງຄວາມເຫັນວ່າເປັນຍ້ອນ ແອມໂມເນຍໄນເຕຣດນໍ້າໜັກ 2,750ໂຕນ ທີ່ເກັບໄວ້ໃນໂກດັງໝາຍເລກ 12 ຂອງທ່າເຮືອດົນກວ່າ 6 ປີ, ໃນຂະນະທີ່ມີການວິເຄາະເຖິງການຟື້ນຟູນະຄອນຫຼວງເບຣຸດຄັ້ງນີ້ອາດຈະຕ້ອງໃຊ້ງົບປະມານເຖິງ 25% ຂອງຈີດີພີໃນປະເທດລີບັງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...