spot_img
Home​ຂ່າວບັນເທິງຫຼາຍບໍລິສັດມອບເງິນ ຊຸກຍູ້ກອງປະຊຸມສະມາ ຄົມສິລະປິນ

ຫຼາຍບໍລິສັດມອບເງິນ ຊຸກຍູ້ກອງປະຊຸມສະມາ ຄົມສິລະປິນ

Published on

ໃນວັນທີ 16 ມິຖຸນານີ້ ຢູ່ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງ ທ່ຽວ ໄດ້ມີພິ ທີມອບເງິນອຸປະຖຳກອງປະ ຊຸມໃຫຍ່ຂອງສະມາຄົມສິລະປິນຄັ້ງ ທີ 1 ຊຶ່ງຈະຈັດຂຶ້ນໃນວັນທີ 30 ມິຖຸນານີ້ ຢູ່ນະຄອນຫຼວງວຽງ ຈັນຄື: ບໍລິສັດ ຈິດຈະ ເລີນກໍ່ສ້າງ ມູນຄ່າ 10 ລ້ານກີບ, ບໍລິສັດ ທີເຄ ກໍ່ສ້າງ-ຂົວທາງ 10 ລ້ານກີບ, ບໍລິສັດ ແສງດາລາ 2 ລ້ານ ກີບ, ຮ້າຍຂາຍເຄື່ອງ ດົນຕີທິນນາລັດ 2 ລ້ານກີບ ແລະ ບໍລິສັດ ລາວ ຈະເລີນສິນ 2 ລ້ານກີບ ລວມມູນ ຄ່າທັງໝົດ 26 ລ້ານກີບ ຊຶ່ງເປັນ ກຽດ ກ່າວຮັບໂດຍ ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ. ເຊິ່ງ ທ່ານ​ໄດ້​ກ່າວ​ສະ​ແດງ​ຄວາມ ຂອບ​ໃຈ​ວ່າ : ວຽກງານສິລະປະ ການສະແດງ, ແມ່ນມີບົດບາດ ສຳຄັນໃນການເຜີຍແຜ່ ແລະ ຮັກ ສາຮີດຄອງປະເພນີ ແລະ ວັດທະ ນະທຳ, ພົ້ນເດັ່ນແມ່ນໃນໄລຍະ ຕໍ່ສູ້ກູ້ຊາດ, ນັກສິລະປິນໄດ້ແຕ່ງ ບົດເພງ ແລະ ຮ້ອງ

ເພື່ອຂັວນກຳ ລັງໃຈໃຫ້ປະຊາຊົນພາຍໃນຊາດມີຄວາມສາມັກຄີ ແລະ ເປັນປຶກ ແຜ່ນໃນການຕໍ່ສູ້ຕ້ານພວກຈັກ ກະພັດເຮັດ ໃຫ້ປະເທດຊາດໄດ້ ຮັບການປົດປ່ອຍ ແລະ ພັດທະ ນາກ້າວຂຶ້ນຕາມແນວທາງນະ ໂຍບາຍຂອງພັກ-ລັດ, ໃນປັດຈຸ ບັນນັກສິ ລະປິນກໍໄດ້ມີການແຕ່ງບົດເພັງທີ່ເປັນເອກະລັກ ແລະ ສະ ແດງເຖີງວັດທະນະທຳລາວ, ແຕ່ແນວໃດກໍຍັງ​ເຫັນວ່າການ ສົ່ງ ເສີມການຮ້ອງເພັງຍັງບໍ່ທັນ ຕອບສະໜອງໄດ້ກັຄວາມຮຽກ ຮ້ອງຕ້ອງການສັງຄົມບາງບົດ ເພັງແຕ່ງຂຶ້ນບໍ່ແທດເໝາະກັບ ວັດທະ ນະທຳເຮັດໃຫ້ເປັນປາກົດ ການຫຍໍ້ທໍ້, ສະນັ້ນ ກອງປະຊຸມ ໃຫຍ່ຂອງສະມາຄົມສິລະປິນ ລາວ ຄັ້ງປະຖົມ​ມະລຶກນີ້ ຈະເປັນ ໂອກາດທີ່​ເພື່ອຊ່ວຍຊຸກຍູ້ສົ່ງ ເສີມໃຫ້ວັດທະນະທຳຂອງລາວ​ເຮົາຫຍາຍຕົວ, ​ແລະ ສາມາດ​ເຊື່ອມ​ໂຍງກັບບັນດາ ປະເທດ ພາກພື້ນ ແລະ ສາກົນ ທັງ​ເປັນ​ການ​ສົ່ງ​ເສີມບົດບາດການເຄື່ອນ ໄຫວຂອງສິລະປິນ ແລະ ນັກສະ ແດງລາວ​ເຮົາ​ນັບ​ມື້ພົ້ນ​ເດັ່ນ​ຂຶ້ນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...