spot_img
Homeຂ່າວພາຍ​ໃນຫຼວງນໍ້າທາແຈ້ງການໂຈະຊົ່ວຄາວການສັນຈອນລົດບັນທຸກສິນຄ້າທີ່ຈະສົ່ງສິນຄ້າໄປຈີນ

ຫຼວງນໍ້າທາແຈ້ງການໂຈະຊົ່ວຄາວການສັນຈອນລົດບັນທຸກສິນຄ້າທີ່ຈະສົ່ງສິນຄ້າໄປຈີນ

Published on

ທາງການແຂວງຫຼວງນໍ້າທາໄດ້ແຈ້ງການໂຈະຊົ່ວຄາວສຳລັບການສັນຈອນຂອງລົດບັນທຸກສິນຄ້າພາຍໃນປະເທດ ທີ່ມີຈຸດປະສົງຂົນສົ່ງສິນຄ້າຜ່ານດ່ານສາກົນບໍ່ເຕນ-ບໍ່ຫານ ເພື່ອຫຼຸດຜ່ອນສະພາບການລົດບັນທຸກແອອັດທີ່ບໍ່ສາມາດຂ້າມໄປ ສປ ຈີນ ໄດ້ ພ້ອມເລັ່ງແກ້ໄຂບັນຫາລົດບັນທຸກສິນຄ້າທີ່ຍັງຕິດຄ້າງຢູ່ດ່ານບໍ່ເຕນ.

ອີງຕາມແຈ້ງການໃນວັນສຸກ ອອກໂດຍ ຫົວໜ້າຫ້ອງວ່າການແຂວງຫຼວງນໍ້າທາ, ທ່ານ ຄຳເພັດ ຈັນທະວົງ, ການໂຈະຊົ່ວຄາວການສັນຈອນລົດບັນທຸກທີ່ຈະສົ່ງສິນຄ້າໄປຈີນ ແມ່ນເພື່ອຫຼຸດຜ່ອນສະພາບການລົດບັນທຸກແອອັດທີ່ບໍ່ສາມາດຂ້າມໄປ ສປ ຈີນ ໄດ້ ເພາະປັດຈຸບັນມີລົດບັນທຸກສິນຄ້າພາຍໃນເດີນທາງໄປດ່ານບໍ່ເຕນປະມານ 350 ຄັນ ຕໍ່ວັນ ແຕ່ດ່ານຝ່າຍຈີນອະນຸຍາດໃຫ້ເຂົ້າໄດ້ພຽງ 150 ຄັນຕໍ່ວັນເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນປະເທດລາວ ເຮັດໃຫ້ທາງການຈີນເພີ່ມຄວາມເຂັ້ມງວດໃນການອະນຸຍາດໃຫ້ຄົນ ແລະລົດບັນທຸກສິນຄ້າເດີນທາງເຂົ້າປະເທດ.

ທ່ານ ພັນໂທ ລາດສະຫວ່າງ ປຣະຈິດທໍາ ຫົວໜ້າພະແນກຕໍາຫຼວດຈາລະຈອນ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ສະພາບລົດຕິດຢູ່ເຂດດ່ານສາກົນບໍ່ເຕ່ນ, ນັບແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາໄດ້ເລີ່ມມີລົດຂົນສົ່ງສິນຄ້າ ຕິດຄ້າງຢູ່ລຽບຕາມແຄມທາງ ນັບແຕ່ນາເຕີຍ ຫາ ດ່ານພາສີສາກົນບໍ່ເຕ່ນ ມີຄວາມຍາວ 20 ກິໂລແມັດ ເພື່ອລໍຖ້າຂົນສົ່ງສິນຄ້າສົ່ງອອກໄປ ສປ ຈີນ ຂະນະທີ່ລົດຂົນສົ່ງສິນຄ້າມາຈາກພາຍໃນແຂວງ ແລະ ແຂວງຕ່າງໆທົ່ວປະເທດເຂົ້າມາຫຼາຍເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ລົດຂົນສົ່ງສິນຄ້າຈໍານວນຫຼາຍພັນຄັນຕິດຄ້າງຢູ່ລຽບຕາມເສັ້ນທາງສາຍດັ່ງກ່າວ.

ຢ່າງໃດກໍຕາມ, ທາງການໄດ້ສັ່ງໂຈະການຂົນສົ່ງສິນຄ້າທົ່ວໄປນັບແຕ່ວັນທີ 17 ທັນວາ ເປັນຕົ້ນມາ ຂະນະທີ່ລົດບັນທຸກສິນຄ້າກະສິກຳແມ່ນໄດ້ສັ່ງໂຈະການຂົນສົ່ງຈົນຮອດວັນທີ 26 ທັນວາ ພ້ອມເລັ່ງແກ້ໄຂປັນຫາລົດບັນທຸກສິນຄ້າທີ່ຍັງຕິດຄ້າງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...