spot_img
Homeຂ່າວເຫດການຫົວໜ້າຫ້ອງການໄອຍະການປະຊາຊົນສູງສຸດ ລາຍງານການເຄື່ອນໄຫວວຽກງານ ຕໍ່ສະພາແຫ່ງຊາດ

ຫົວໜ້າຫ້ອງການໄອຍະການປະຊາຊົນສູງສຸດ ລາຍງານການເຄື່ອນໄຫວວຽກງານ ຕໍ່ສະພາແຫ່ງຊາດ

Published on

ຕອນເຊົ້າມື້ນີ້ ວັນທີ 1 ພະຈິກ 2016 ທ່ານ ຄຳສານ ສຸວົງ ຫົວໜ້າຫ້ອງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານກາເຄື່ອນໄຫວວຽກງານຕໍ່ສະພາແຫ່ງຊາດໃນໄລຍະ 05 ປີ 2011-2016. ການເຄື່ອນໄຫວວຽກງານສົກ 2015 – 2016 ແລະ ທິດທາງ 05 ປີ 2016-2020, ແຜນການປະຈຳປີ 2017 ຂອງອົງການ ໄອຍະການປະຊາຊົນສູງສູດ, ໃນນັ້ນ ວຽກງານທີ່ຜົນເດັ່ນໃນໄລຍະຜ່ານມາ ແມ່ນການພັດທະນາດ້ານບຸກຄະລາກອນ ໃຫ້ມີຈັນຍາບັນ, ຈັນຍາທຳ, ມີຫຼັກໝັ້ນ ແລະ ເຊື່ອໝັ້ນການນຳພາຂອງພັກ, ໂດຍການຝຶກອົບຮົມດ້ານວຽກງານແນວຄິດໃຫ້ພະນັກງານ, ໄດ້ປັບປຸງກົງຈັກການຈັດຕັ້ງ, ກຳນົດພາລະບົດບາດ, ໜ້າທີ່ຢ່າງຈະແຈ້ງ, ຍົກສູງການປະຕິບັດກົດໝາຍ ສູ້ຊົນຄົ້ນຄ້ວາຕັດສິນຄະດີໃຫ້ມີຄຸນນະພາບ, ໂປ່ງໃສ ແລະ ເປັນທຳ ແລະ ວຽກງານອື່ນໆ.
ໃນນັ້ນ ຍັງມີຫຼາຍຢ່າງທີ່ຍັງເປັນຈຸດອ່ອນ ກໍ່ຄື : ດ້ານບຸກຄະລາກອນ ມີການເພີ່ມຂຶ້ນ ແຕ່ດ້ານຄວາມຮູ້ຍັງຈຳກັດບໍ່ທັນພຽງພໍກັບໜ້າທີ່ວິຊາສະເພາະ, ການແກ້ໄຂຄະດີຍັງຊັກຊ້າ, ບໍ່ເປັນໄປຕາມຂະບວນການຍຸດຕິທຳ ແລະ ພື້ນຖານດ້ານວັດຖຸເຕັກນິກຮັບໃຊ້ວຽກງານວິຊາສະເພາະຍັງບໍ່ທັນພຽງພໍ. ສິ່ງທີ່ຕ້ອງໄດ້ປະຕິບັດ ແລະ ເອົາໃຈໃສ່ໃນຕໍ່ໜ້າ ແມ່ນຈະໄດ້ພັດທະນາປັບປຸງລະບົບໄອຍະການໃຫ້ເປັນລະບົບສູງສຸດ ບໍ່ວ່າຈະເປັນທາງດ້ານວຽກງານ ກໍ່ຄືດ້ານບຸກຄະລາກອນ ຕ້ອງຍົກສູງດ້ານ ຄວາມຮູ້ຂອງບຸກຄະລາກອນໃຫ້ມີຄວາມຮູ້ເພື່ອໃຫ້ເຊື່ອມໂຍງກັບສາກົນໄດ້, ຈະປັບປຸງໂຄງສ້າງການ ຈັດຕັ້ງໃຫ້ເປັນລະບົບຄົບຊຸດ, ຕິດຕາມການປະຕິບັດໜ້າທີ່ຂອງພະນັກງານໃຫ້ເປັນໄປຕາມຂະບວນ ການຍຸດຕິທຳ, ໃຫ້ມີຄວາມຮັບປະກັນການປົກຄອງດ້ວຍກົດໝາຍໃຫ້ມີຄວາມສັກສິດ, ໂປ່ງໃສ, ທັນເວ ລາ, ເປີດກ້ວາງການຮ່ວມມືກັບສາກົນໃຫ້ມີຄວາມກ້ວາງຂວາງ ແລະ ແໜ້ນແຟ້ນຍິ່ງຂຶ້ນ ແລະ ສືບຕໍ່ ບຸກທະລຸທັງ 04 ດ້ານໃຫ້ເປັນຮູບປະທຳ ໃຫ້ເປັນທີ່ເຊື່ອຖືຂອງປະຊາຊົນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...