spot_img
Homeຂ່າວພາຍ​ໃນຫົວຫນ້າກົມຊາຍແດນ ແລະ ແຜນທີ່ ຕ້ອນຮັບຮອງຫົວຫນ້າສູນປະສານງານປະເທດເພື່ອນບ້ານ ຂອງໄທເຂົ້າພົບ

ຫົວຫນ້າກົມຊາຍແດນ ແລະ ແຜນທີ່ ຕ້ອນຮັບຮອງຫົວຫນ້າສູນປະສານງານປະເທດເພື່ອນບ້ານ ຂອງໄທເຂົ້າພົບ

Published on

wed27nov1

ທ່ານພັນເອກ ສີພັນ ພຸດ ທະວົງ, ຫົວໜ້າກົມຊາຍແດນ ແລະ ແຜນທີ່ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງພົນຕີ ສຸ ຣິຍັນໂອພາດ, ຮອງຫົວໜ້າ ສູນປະສານງານປະເທດ ເພື່ອນບ້ານແຫ່ງປະເທດໄທ ພ້ອມດ້ວຍຄະນະໃນວັນທີ 25 ພະຈິກ 2013 ນີ້, ຢູ່ທີ່ກົມພົວ ພັນຕ່າງປະເທດ ເນື່ອງໃນໂອ ກາດທີ່ຄະນະເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25 ຫາວັນທີ 29 ພະຈິກ 2013 ນີ້.
ໂອກາດນີ້, ທ່ານຫົວໜ້າກົມ ຊາຍແດນ ແລະ ແຜນທີ່ ໄດ້ສະ ແດງຄວາມຕ້ອນຮັບຢ່າງອົບ ອຸ່ນ ແລະ ຕີລາຄາສູງຕໍ່ການມາ ຢ້ຽມຢາມ ແລະ ເຮັດວຽກຂອງ ຮອງຫົວໜ້າສູນປະສານງານ ປະເທດເພື່ອນບ້ານແຫ່ງປະ ເທດໄທ ເຊິ່ງເປັນການປະ ກອບສ່ວນເສີມຂະຫຍາຍ ສາຍພົວພັນລະຫວ່າງ    ສອງປະເທດລາວ-ໄທ ເວົ້າລວມ ເວົ້າສະເພາະ ແມ່ນກ່ຽວກັບ ວຽກງານທີ່ກ່ຽວຂ້ອງໃຫ້ມີ ບາດກ້າວຂະຫຍາຍໂຕຂຶ້ນ ເປັນກ້າວໆ.
ພ້ອມດຽວກັນນັ້ນທ່ານ ພົນຕີ ສຸຣິຍັນ ໂອພາດ ກໍ່ໄດ້ ສະແດງຄວາມຂອບອົກຂອບ ໃຈຕໍ່ການຕ້ອນຮັບຢ່າງອົບ ອຸ່ນຂອງທ່ານພັນເອກ ສີພັນ ພຸດທະວົງ ທີ່ຍາມໃດກໍ່ໃຫ້ ຄວາມສຳຄັນ ແລະ ເອົາໃຈ ໃສ່ໃນການເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງ 2​ ວຽກງານທີ່ກ່ຽວຂ້ອງໃຫ້ມີ ທ່າຂະຫຍາຍໂຕ ແລະ ໄດ້ຮັບ ໝາກຜົນດີຂຶ້ນເລື້ອຍໆ.
ໃນມື້ດຽວກັນທ່ານຮອງຫົວ ໜ້າສູນປະສານງານປະເທດ ເພື່ອນບ້ານແຫ່ງປະເທດໄທ ພ້ອມດ້ວຍຄະນະກໍ່ໄດ້ເຂົ້າ ຢ້ຽມພົບປະທ່ານພັນເອກ ແກ່ນຈັນ ນັນທະລັງສີ, ຫົວ ໜ້າກົມພົວພັນຕ່າງປະເທດ ຂອງກະຊວງປ້ອງກັນປະເທດ ອີກດ້ວຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...