spot_img
Homeຂ່າວທ້ອງຖິ່ນຫາລືກ່ຽວກັບການແກ້ໄຂປາກົດ ການຫຍໍ້ທໍ້ໃນທຸລະກິດບັນເທີງ-ຄາຣາໂອເກະ

ຫາລືກ່ຽວກັບການແກ້ໄຂປາກົດ ການຫຍໍ້ທໍ້ໃນທຸລະກິດບັນເທີງ-ຄາຣາໂອເກະ

Published on

ເພື່ອແນໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ ໂດຍສະເພາະ ການຮັບຟັງຄໍາສະເໜີຂອງຜູ້ປະກອບການ ຫົວໜ່ວຍທຸລະກິດຮ້ານບັນເທີງ ຮ້ານອາຫານ ຄາຣາໂອເກະ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ເພື່ອພ້ອມກັນຊອກຫາວິທີທາງອອກ ແລະ ແກ້ໄຂກ່ຽວກັບການເຄື່ອນໄຫວດຳເນີນກິດຈະການດັ່ງກ່າວໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ. 

ອີງຕາມການລາຍງານ ຈາກໜັງສືພິມວຽງຈັນໃໝ່ ໃນວັນທີ 7 ກັນຍາ 2020ທີ່ຜ່ານມາວ່າ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານວັດທະນະທໍາ ແລະ ທ່ອງທຽວຂອງບັນດາທຸລະກິດບັນເທີງ-ຄາຣາໂອເກະ ຂຶ້ນວັນທີ 4 ກັນຍາ 2020.

ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ ແລະ ປຶກສາຫາລືກັນກ່ຽວກັບການປະຕິບັດມະຕິຄຳສັ່ງຂອງຂັ້ນເທິງ ທີ່ກຳນົດໃຫ້ກິດຈະການບັນເທີງ ແລະ ຄາຣາໂອເກະ ຢຸດຕິການດຳເນີນທຸລະກິດຊົ່ວຄາວ ໃນສະພາບທີ່ຍັງມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ໂດຍໃຫ້ພາກລັດຊ່ວຍພິຈາລະນາກ່ຽວກັບເລື່ອງເວລາເປີດ-ປິດ ໂດຍສະເໜີໃຫ້ພິຈາລະນາຂໍເປີດຮ້ານອາຫານຮອດເວລາ 23:30 ໂມງ ສ່ວນບັນເທີງ ຄາຣາໂອເກະ ຮອດ 2 ໂມງເຊົ້າ ແຕ່ໃນເງື່ອນໄຂຕ້ອງຮັບປະກັນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຄວາມສະຫງົບ ປອດໄພ ແລະ ອື່ນໆ ເພື່ອເປັນການແກ້ໄຂສະພາບຄວາມຄ່ອງຕົວດ້ານລາຍຮັບ-ລາຍຈ່າຍຂອງພາກທຸລະກິດ ແລະ ຊ່ວຍແບ່ງເບົາຄ່າໃຊ້ຈ່າຍຂອງຜູ້ປະກອບການ ເປັນຕົ້ນ ຄ່າອາກອນ ຄ່ານໍ້າ ຄ່າໄຟ ແລະ ຄ່າຈ້າງພະນັກງານ ແລະ ອື່ນໆ. 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...