spot_img
Homeຂ່າວຕ່າງປະເທດຫວຽດນາມທຳລາຍ ງາຊ້າງ-ນໍແຮດ ຜິດກົດໝາຍ ມູນຄ່າກວ່າ 7 ລ້ານໂດລາ

ຫວຽດນາມທຳລາຍ ງາຊ້າງ-ນໍແຮດ ຜິດກົດໝາຍ ມູນຄ່າກວ່າ 7 ລ້ານໂດລາ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ພະຈິກຜ່ານມານນີ້ວ່າ ລັດຖະບານຫວຽດນາມ ຮ່ວມກັບສະມາຄົມມະນຸດສະທຳສາກົນ (HSI) ໄດ້ຈັດພິທີທຳລາຍງາຊ້າງ ທີ່ສາມາດຍຶດໄດ້ຈາກຂະບວນການຄ້າງາຊ້າງຢູ່ຫວຽດນາມ ນ້ຳໜັກລວມກັນກວ່າ 2.2 ໂຕນ ແລະ ນໍແຮດອີກ 70 ກິໂລ ໃນມື້ວັນເສົາທີ 12 ພິຈິກ 2016 ຊຶ່ງເປັນໜຶ່ງໃນການເຄື່ອນໄຫວຫລ້າສຸດ ໃນຄວາມພະຍາຍາມຢຸຕິການລັກລອບຄ້າຂາຍສັດປ່າຜິດກົດໝາຍພາຍໃນປະເທດ.

ສະມາຄົມມະນຸດສະທຳສາກົນ ໄດ້ລະບຸວ່າ ງາຊ້າງ ແລະ ນໍແຮດຈຳນວນດັ່ງກ່າວນີ້ ມີມູນຄ່າຫລາຍກວ່າ 7 ລ້ານໂດລາ ໃນຕະຫລາດມືດ ຊຶ່ງໄດ້ມາຈາກຊ້າງອາຟຣິກາ ປະມານ 330 ໂຕ ແລະ ແຮດອີກ 23 ໂຕ, ໂດຍຫວຽດນາມເປັນຈຸດຂົນສົ່ງງາຊ້າງ ໃຫ້ແກ່ລູກຄ້າສ່ວນໃຫຍ່ຢູ່ປະເທດຈີນ ແລະ ສະຫະລັດອາເມຣິກາ ເພື່ອນຳໄປຜະລິດເປັນເຄື່ອງປະດັບ ແລະ ເຄື່ອງຕົບແຕ່ງພາຍໃນເຮືອນ, ສ່ວນນໍແຮດ ແມ່ນເປັນທີ່ຕ້ອງການຢູ່ຕະຫລາດຫວຽດນາມເອງ ເປັນສ່ວນໃຫຍ່.

VIETNAM-ENVIRONMENT-CONSERVATION-WLDLIFE

VIETNAM-ENVIRONMENT-CONSERVATION-WLDLIFE

VIETNAM-ENVIRONMENT-CONSERVATION-WILDLIFE

A worker puts ivory into a crushing machine during the destruction of a stockpile of ivory and rhino horn in Hanoi on November 12, 2016. More than two tonnes of ivory and 70 kilogrammes (154 pounds) of rhino horn were crushed and burned on the outskirts of Hanoi as armed guards protected the more than 30 crates of horns, tusks and bones being destroyed. / AFP PHOTO / HOANG DINH NAM

VIETNAM-ENVIRONMENT-CONSERVATION-WILDLIFE

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...