spot_img
Homeຂ່າວພາຍ​ໃນຫວຽດນາມຕັ້ງເປົ້າຕິດ 1 ໃນ 3 ທີ່ສິງກາໂປເກມ2015

ຫວຽດນາມຕັ້ງເປົ້າຕິດ 1 ໃນ 3 ທີ່ສິງກາໂປເກມ2015

Published on

ລັດຖະບານ ສສ ຫວຽດ ນາມ ຮ່ວມກັບຄະນະກຳມະ ການໂອແລມປິກແຫ່ງຊາດ ຫວຽດນາມ ໄດ້ຈັດພິທີສົ່ງຄະ ນະ ນັກກິລາທີ່ຈະໄປຮ່ວມແຂ່ງ ຂັນ ຊີເກມ ຄັ້ງທີ 28 ທີ່ສູນເຝິກ ກິລາແຫ່ງຊາດ ໃນນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດນາມ ເມື່ອວັນທີ 19 ພຶດສະພາ ຜ່ານມາ ເຊິ່ງກົງກັບວັນຄ້າຍວັນ ເກີດທ່ານປະທານ ໂຮ່ຈິມິນ ຄົບ ຮອບ 125 ປີ.
ທ່ານ ຮອງ ຕວນ ອັນ ລັດຖະມົນຕີວ່າການ ກະຊວງ ວັດທະນະທຳ-ກິລາ ແລະ ທ່ອງ ທ່ຽວຫວຽດນາມ ກ່າວວ່າ ການ ກຳນົດມື້ຈັດພິທີ່ສົ່ງຄະນະນັກ ກິລາເຊິ່ງກົງກັບວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈິມິນ ຄັ້ງນີ້ ກໍ່ເພື່ອເປັນການກະຕຸ້ນ ຂວັນກຳລັງໃຈຂອງນັກກິລາ ຫວຽດນາມ.
ສຳລັບ ຊີເກມ ຄັ້ງທີ 28 ລະຫວ່າງວັນທີ 5-6 ມິຖຸນາ 2015 ທີ່ປະເທດສິງກາໂປ ເປັນ ເຈົ້າພາບ, ຫວຽດນາມ ສົ່ງນັກ ກິລາເຂົ້າຮ່ວມແຂ່ງຂັນທັງໝົດ 602 ຄົນ, ປະກອບດ້ວຍນັກກິ ລາ 392 ຄົນ, ຄະນະນຳ 192 ຄົນ ແລະ ຄະນະແພດຕິດຕາມ 18 ຄົນ ຕັ້ງເປົ້າໝາຍຢ່າງໜ້ອຍ 60-70 ຫຼຽນຄຳ ຈາກ 17 ປະ ເພດກິລາ ເຊິ່ງປະກອບມີ: ແລ່ນ -ລານ 10 ຫຼຽນຄຳ, ລອຍນ້ຳ 10 ຫຼຽນຄຳ, ຍິມນາສຕິກ 8 ຫຼຽນຄຳ, ຍິງປືນ 5 ຫຼຽນຄຳ, ຢູໂດ 3 ຫຼຽນຄຳ, ເປຕັງ 3 ຫຼຽນຄຳ, ຍິງທະນູ 2 ຫຼຽນຄຳ, ລົດຖີບ 2 ຫຼຽນຄຳ, ມວຍສາ ກົນສະໝັກຫຼິ້ນ 2 ຫຼຽນຄຳ, ບິນລຽດ-ສະນຸກເກີ 2 ຫຼຽນຄຳ, ກະຕໍ້ 2 ຫຼຽນຄຳ, ປັນຈັກສີລັດ 2 ຫຼຽນຄຳ, ຟັນດາບ 2 ຫຼຽນ ຄຳ, ວູຊູ 2 ຫຼຽນຄຳ, ເຮືອພາຍ ຫ2 ຫຼຽນຄຳ, ເຮືອແຄນູ 2 ຫຼຽນ ຄຳ ແລະ ເທຄວັນໂດ 2 ຫຼຽນ ຄຳ.
ສ່ວນກິລາອື່ນໆ ເຊັ່ນ ດອກປີກໄກ່, ເທັນນິສ: ກ໊ອຟ, ໂບລິງ, ບານສົ່ງ ແລະ ບານເຕະ ຊາຍ ຫວຽດນາມ ຕັ້ງເປົ້າວ່າ ຈະຕ້ອງໄດ້ຫຼຽນໃດຫຼຽນໜຶ່ງ. ລາຍງານລະບຸຕື່ມວ່າ ຫວຽດ ນາມ ຕັ້ງເປົ້າໝາຍວ່າ ຫງວຽນ ທິ ອັນ ວຽນ ນັກກິລາລອຍນ້ຳ ສາວນ້ອຍ ໄວ 19 ປີ ຈະເປັນຊູ ເປີສະຕາ ໃນການລຸ້ນ 7-8 ຫຼຽນຄຳ ເພາະທຽບໃສ່ສະຖິຕິ ຫຼ້າສຸດແລ້ວເຫັນວ່າ ຫງວຽນ ທິ ອັນ ວຽນ ເໜືອກວ່າຄູ່ແຂ່ງຈາກ ຊາດອື່ນໆ.
ທ່ານ ຮວງ ຕວນ ອັນ ກ່າວ ຕື່ມວ່າ ລັດຖະບານຫວຽດນາມ ຈັດສັນງົບປະມານ ເພື່ອເປັນ ລາງວັນພິເສດໃຫ້ກັບນັກກິລາທີ່ຍາດໄດ້ຫຼຽນຄຳ ຫຼຽນລະ 45 ລ້ານດົງ ແລະ ໃນກໍລະນີ ມີ ການທຳລາຍສະຖິຕິ ຈະໄດ້ອີກ 10 ລ້ານດົງ ນອກຈາກນັ້ນ ພາກ ເອກະຊົນຫວຽດນາມ ຍັງຈະ ມອບ ໂທລະພາບ LCD 40 ນິ້ວ, ລົດຈັກ ພ້ອມກັບປີ້ຍົນ ໄປ ກັບພາຍໃນປະເທດໃຫ້ນັກກິລາຜູ້ທີ່ໄດ້ຫຼຽນຄຳຕື່ມອີກ.

16529_857661497604831_5609908212806542259_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...