spot_img
Homeຂ່າວຕ່າງປະເທດຫວຽດນາມຊົມເຊີຍ ປະທານາທິບໍດີຟິລິບປິນ ແກ້ໄຂບັນຫາຊາວປະມົງລ່ວງລ້ຳນ່ານນ້ຳ ຢ່າງມະນຸດສະທຳ

ຫວຽດນາມຊົມເຊີຍ ປະທານາທິບໍດີຟິລິບປິນ ແກ້ໄຂບັນຫາຊາວປະມົງລ່ວງລ້ຳນ່ານນ້ຳ ຢ່າງມະນຸດສະທຳ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນ​ວັນ​ທີ 3 ພະຈິກຜ່ານມານີ້ວ່າ ທ່ານ ເລ​ຫາຍ​ບີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຖະແຫລງວ່າ ຫວຽດ​ນາມຊົມ​ເຊີຍ​ປະ​ທາ​ນາ​ທິ​ບໍ​ດີຟີ​ລີບ​ປີນ ທີ່ໄດ້​ແກ້​ໄຂ​ບັນ​ຫາ​ເຮືອຫາປາ ແລະ ຊາວ​ປະ​ມົງຫວຽດນາມ ບົນ​ຈິດ​ໃຈ​ມະ​ນຸດ​ສະ​ທຳ.

ທັງນີ້ ເນື່ອງຈາກທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ມີຄຳສັ່ງໃຫ້ປ່ອຍຕົວ ຊາຍຊາວປະມົງຫວຽດນາມ ຈຳນວນ 17 ຄົນ ທີ່ຖືກເຈົ້າໜ້າທີ່ຟິລິບປິນຈັບກຸມຕົວ ເມື່ອວັນທີ 8 ກັນຍາທີ່ຜ່ານມາ ດ້ວຍຂໍ້ຫາລ່ວງລ້ຳນ່ານນ້ຳຂອງຟິລິບປິນ ໂດຍໃນພິທີກ່າວອຳລາ ທ່ານ ດູເຕີເຕ ໄດ້ກ່າວຕໍ່ນັກການທູດ ແລະ ເຈົ້າໜ້າທີ່ຂອງລັດວ່າ ທ່ານໄດ້ສັ່ງໃຫ້ມີການຖອນຂໍ້ກ່າວຫາ ຕໍ່ບັນດາຊາວປະມົງຫວຽດນາມກຸ່ມນີ້ ເນື່ອງຈາກຜົນການສືບສວນພົບວ່າ ທັງໝົດເດີນທາງເຂົ້ານ່ານນ້ຳຟິລິບປິນ ພຽງເພື່ອຫລີກລ່ຽງສະພາບອາກາດທີ່ຮຸນແຮງເທົ່ານັ້ນ.​

ທ່ານ ດູເຕີເຕ ຢືນໂບກມືອຳລາ ສົ່ງຊາວປະມົງຫວຽດນາມ ກັບຄືນປະເທດ
ທ່ານ ດູເຕີເຕ ຢືນໂບກມືອຳລາ ສົ່ງຊາວປະມົງຫວຽດນາມ ກັບຄືນປະເທດ

PHILIPPINES-VIETNAM-DUTERTE-DIPLOMACY
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...