spot_img
Homeຂ່າວຕ່າງປະເທດຫວາດສຽວ! ລົດບັນທຸກຈີນ ຕຳຮາວເຫລັກຂ້າງຖະໜົນ ຄ້າງເທິງຂອບເຫວສູງ 150 ແມັດ!

ຫວາດສຽວ! ລົດບັນທຸກຈີນ ຕຳຮາວເຫລັກຂ້າງຖະໜົນ ຄ້າງເທິງຂອບເຫວສູງ 150 ແມັດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກັນຍາຜ່ານມານີ້ວ່າ ໃນເວລາ 16:00 ໂມງ ຂອງວັນທີ 5 ກັນຍາຜ່ານມານີ້ ໄດ້ເກີດອຸບັດເຫດ ລົດຫົວລາກຄັນໜຶ່ງ ຊຶ່ງບັນທຸກລົດເກັງມາເຕັມຄັນລົດ ຕຳເຂົ້າກັບຮາວເຫລັກຂ້າງຖະໜົນ ຈົນຫົວລົດລາກຄັນດັ່ງກ່າວ ຄ້າງຢູ່ແຄມເຫວເລິກ ເທິງຖະໜົນຫລວງແຫ່ງໜຶ່ງຢູ່ແຂວງກວາງຕຸ້ງ ທາງພາກໃຕ້ຂອງປະເທດຈີນ ຊຶ່ງແຫລ່ງຂ່າວໄດ້ລາຍງານວ່າ ລົດຄັນດັ່ງກ່າວນີ້ ແລ່ນມາດ້ວຍຄວາມໄວສູງ ແລະ ເມື່ອຮອດຈຸດເກີດເຫດ ໄດ້ເຈືອກອອກໄປຂ້າງທາງ ແລະ ຕຳເຂົ້າກັບຮົ້ວເຫລັກດັ່ງກ່າວໂດຍກົງ ແລ້ວໄຫລລາກໄປຈາກຈຸດປະທະເກືອບຮ້ອຍແມັດ ເຮັດໃຫ້ສ່ວນຫົວລົດຍື່ນອອກໄປຄ້າງຢູ່ເທິງຂອບເຫວ ທີ່ມີຄວາມສູງເຖິງ 150 ແມັດ.

ແນວໃດກໍຕາມ ອຸບັດເຫດດັ່ງກ່າວນີ້ ບໍ່ມີໃຜໄດ້ຮັບບາດເຈັບ ຫລື ເສຍຊີວິດແຕ່ຢ່າງໃດ, ສ່ວນລົດເກັງທີ່ລົດຄັນດ່ັງກ່າວບັນທຸກມາ ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ເທື່ອ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...