spot_img
Homeຍ້ອງຍໍຄົນດີເດັ່ນຫນ່ວຍກູ້ໄພມູນນິທິ 1623 (Vientiane Rescue) ຮັບລາງວັນ ຣາມອນແມັກໄຊໄຊ ປີ 2016

ຫນ່ວຍກູ້ໄພມູນນິທິ 1623 (Vientiane Rescue) ຮັບລາງວັນ ຣາມອນແມັກໄຊໄຊ ປີ 2016

Published on

ວັນທີ 31/08/2016 ຕາງຫນ້າຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ຫລື ທີ່ຮູ້ກັນໃນນາມ Vientiane Rescue ໄດ້ຂຶ້ນຮັບລາງວັນ ຣາມອນແມັກໄຊໄຊ (Ramon Magsaysay Award) ປະຈຳປີ 2016 ເຊິ່ງຈັດຂຶ້ນ ເປັນປີທີ 58 ທີ່ປະເທດຟິລິບປິນ ຮ່ວມກັບຜູ້ເຂົ້າຮ່ວມທ່ານອື່ນໆອີກຈາກ 5 ພາກສ່ວນ ພາຍໃນເອເຊຍ ໂດຍລາງວັນດັ່ງກ່າວແມ່ນມອບໂດຍ ທ່ານຮອງປະທານປະເທດຟິລິບປິນ.

921

ຫນ່ວຍກູ້ໄພພວກເຮົາມີຄວາມປື້ມປິຕິຍິນດີເປັນຢ່າງຍິ່ງກັບການໄດ້ຮັບລາງວັນຄັ້ງນີ້ ຂໍສະແດງຄວາມຂອບໃຈໄປຍັງທຸກພາກສ່ວນທີ່ໃຫ້ກຳລັງໃຈພວກເຮົາມາຕະຫລອດຈົນມີມື້ນີ້ ຂອບໃຈທ່ານປະທານມູນນິທິພ້ອມຄະນະທີ່ໄດ້ຊີ້ນຳແນວທາງ ນະໂຍບາຍຕ່າງໆ ແລະ ຂອບໃຈພາກສ່ວນທີ່ກ່ຽວຂ້ອງທີ່ໃຫ້ຄວາມຮູ້ດ້ານວິຊາການ ແນວທາງການປະຕິບັດງານໃຫ້ເປັນລະບົບ ແລະ ມີລະບຽບແບບແຜນ.

9155

ຂໍຂອບໃຈທ່ານຮອງປະທານປະເທດຟິລິບປິນສຳລັບການມອບລາງວັນ ແລະ ຂໍຂອບໃຈຄະນະກຳມະການລາງວັນຣາມອນແມັກໄຊໄຊ ທີ່ຄັດເລືອກຫນ່ວຍງານພວກເຮົາໃຫ້ໄດ້ຮັບລາງວັນອັນຊົງກຽດນີ້.

ສຳລັບງານຖະແຫລງຂ່າວຢ່າງເປັນທາງການຈະໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນໃນໄວໆ ນີ້.

738 173

2544 830 651

ທ່ານສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບລາງວັນໄດ້ທີ່: www.rmaward.asia

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...