spot_img
Homeຂ່າວທ້ອງຖິ່ນສ້າງຫໍສົງນໍ້າພະເຈົ້າສິງຄຳ ໃຊ້ງົບປະມານ 400 ລ້ານກວ່າກີບ

ສ້າງຫໍສົງນໍ້າພະເຈົ້າສິງຄຳ ໃຊ້ງົບປະມານ 400 ລ້ານກວ່າກີບ

Published on

ເພື່ອເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ປະຊາຊົນຊາວພຸດທີ່ໄປຫົດສົງນໍ້າພະເຈົ້າສິງຄໍາໃນບຸນປີໃໝ່ລາວທີ່ໄດ້ ມີການຫົດສົງໃນທຸກໆປີ ແລະເພື່ອຫຼຸດຜ່ອນຄວາມເປິເປື້ອນພາຍໃນອາຮາມທາງວັດພະເຈົ້າສິງຄໍາ
ຈິ່ງໄດ້ໃຊ້ງົບປະມານ 400 ລ້ານກວ່າກີບ ສ້າງຫໍສົງພະເຈົ້າສິງຄໍາຢູ່ເດີ່ນຕໍ່ໜ້າວັດຄາດຈະໃຫ້ສໍາເລັດກ່ອນ ເດືອນພຶດສະພາປີ 2017 ຈະມາເຖິງນີ້.

ຍາພໍ່ຊຽງດວງຈັນ ມະນີຈິດ ເຈົ້າອະທິການວັດພະເຈົ້າສິງຄໍາເມືອງຫຼາ ໄດ້ໃຫ້ສໍາພາດຕໍ່ທີມຂ່າວພວກເຮົາຫວ່າງບໍ່ດົນມານີ້ວ່າ: ເພື່ອເປັນການສ້າງສິ່ງອໍານວຍຄວາມສະດວກສະບາຍໃນເວລາຫົດສົງນໍ້າພະເຈົ້າສິງຄໍາ ອົງສັກສິດພະມິ່ງບ້ານຂວັນເມືອງຂອງຊາວ ເມືອງຫຼາ ທີ່ໄດ້ຈັດໃຫ້ມີການຫົດສົງທຸກໆປີ ໃນບຸນປີໃໝ່ລາວ ແລະຜ່ານມາແມ່ນໄດ້ຈັດໃຫ້ພໍ່ແມ່ປະຊາຊົນໄດ້ຫົດສົງຢູ່ພາຍໃນວັດ ເນື່ອງຈາກຜູ້ຄົນຫຼວງຫຼາຍທີ່ມາຫົດສົງນັບແຕ່ເໜືອຮອດໃຕ້ ຊຶ່ງໄດ້ສ້າງຄວາມແອອັດໃນການ ເຂົ້າ-ອອກ ແລະທັງເປັນການຫຼຸດຜ່ອນຄວາມເປິເປື້ອນພາຍໃນອາຮາມ ທາງຄະນະວັດຈິ່ງໄດ້ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງໃນການສ້າງຫໍສົງນໍ້າພະເຈົ້າສິງຄໍາຂຶ້ນຢູ່ເດີ່ນຕໍ່ໜ້າວັດ ຊຶ່ງໃຊ້ງົບປະມານຂອງວັດໂດຍກົງລວມທັງໝົດ 424 ລ້ານກວ່າກີບ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 1 ສິງຫາ 2016 ນີ້ ແລະຄາດຈະໃຫ້ສໍາເລັດກ່ອນເດືອນພຶດສະພາປີ 2017 ສໍາລັບການກໍ່ສ້າງຄືບໜ້າ 40% ແລ້ວມາຮອດຂະນະນີ້.

ຫໍສົງນໍ້າພະເຈົ້າສິງຄໍາ ເມື່ອສ້າງສໍາເລັດແລ້ວຈະຊ່ວຍສ້າງຄວາມສະດວກສະບາຍຫຼາຍໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທີ່ມາຫົດສົງນໍ້າ ເພາະຈະບໍ່ແອອັດຄືທີ່ຜ່ານມາອີກ ຢ່າງໜຶ່ງກໍຈະຊ່ວຍໃຫ້ພາຍໃນອາ ຮາມວັດມີຄວາມສະອາດງາມຕາ.

ທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...