ສ່ອງເຮືອນ! ຣາຊາເພງປ໊ອບ “ໄມເຄິລ ແຈັກສັນ” ທີ່ຖືກປະກາດຂາຍ ແສນງົດງາມເລີ້ດຫລູ

ເຖິງແມ່ນວ່າ ຣາຊາເພງປ໊ອບຄົນນີ້ຈະຈາກໂລກນີ້ໄປແລ້ວ ແຕ່ຜົນງານຂອງ ໄມເຄິລ ແຈັກສັນ ຍັງຄົງຄອງໃຈແຟນໆຢູ່ເໝືອນເດີມ ແລະ ເມື່ອບໍ່ດົນມານີ້ກໍ່ໄດ້ມີການປະກາດຂາຍເຮືອນທີ່ຣາຊາເພງເຄີຍອາໃສຢູ່ໃຫ້ແຟນໆທີ່ໃຈປ້ຳ ກະເປົາເງິນໜັກ ໄດ້ມີໂອກາດໃກ້ຊິດກັບນັກຮ້ອງຂັວນໃຈແບບໃກ້ຊິດກວ່າເກົ່າ ເຊິ່ງເຮືອນຫຼັງນີ້ປະກາດຂາບໃນລາຄາ 9.5 ລ້ານໂດລາ
q1_38

Thtilla Villa ຖືເປັນເຮືອນພັກຫຼັງສຸດທ້າຍທີ່ໄມເຄິລ ແຈັກສັນ ພັກຢູ່ອາໃສຢູ່ກັບລູກທັງ 3 ຄົນ ໂດຍຣາຊາເພງປ໊ອບໄດ້ຢ້າຍເຂົ້າມາຢູ່ເຮືອນຫຼັງນີ້ໃນປີ 2007 ຈົນເຖິງປີ 2009 ເຊິ່ງເປັນປີທີ່ໄມເຄິລ ແຈັກສັນ ເສຍຊີວິດນັ້ນເອງ

ເຮືອນຫຼັງນີ້ເຖິງແມ່ນວ່າຈະຢູ່ທີ່ລາສເວກັວ ສະຫະລັດອາເມລິກາກໍ່ຕາມ ແຕ່ຄວາມຈິງແລ້ວເຮືອນຫຼັງນີ້ຖືກສ້າງທີ່ແມັກຊິໂກຕັ້ງແຕ່ປີ 1950 ສາເຫດທີ່ມາຕັ້ງຢູ່ທີ່ລາສເວກັສ ເພາະ ໄມເຄິລ ແຈັກສັນ ໄດ້ສັ່ງຢ້າຍເຮືອນຫຼັງນີ້ມານັ້ນເອງ ຮຽກໄດ້ວ່າຍົກມາທັງຫຼັງເລີຍ

q2_37

ພາຍໃນເຮືອນຫຼັງນີ້ແມ່ນຕົບແຕ່ງຫລູຫຼາສົມຖານະ ເພາະທຸກພື້ນທີ່ໃນເຮືອນບໍ່ວ່າຈະເປັນສ່ວນໃດກໍ່ຖືກຕົບແຕ່ງຢ່າງອະລັງການ ທັງໂຄມໄຟ ເພດານແກ້ວມູຣາໂນ ເຟີນີເຈີຫລູ ເຊິ່ງກິນພື້ນທີ່ຊັ້ນເທິງຂອງເຮືອນທັງໝົດ ມີຫ້ອງນ້ຳຂະໜາດໃຫຍ່ ແລະ ຢູ່ຊັ້ນທີສອງຂອງເຮືອນຈະມີໂບສຂະໜາດ 74 ບ່ອນນັ່ງ ທີ່ຕົບແຕ່ງໃຫ້ເໝືອນກັບໂບສໃນສະໄໝຍຸກກາງ ເພດານຮູບທ້ອງຟ້າແຕ້ມດ້ວຍສີມືລ້ວນໆ ນອກຈາກນີ້ຍັງມີເປຍໂນທອງ ແລະ ຮູບແຕ້ມຂະໜາດໃຫຍ່ຂອງ ໄມເຄິລ ແຈັກສັນອີກດ້ວຍ

q3_35 q4_35 q5_32 q6_30 q7_26 q8_25 q9_21 q11_6 q10_18 q12_5 q13_3

ທີ່ມາ: http://home.kapook.com/view150805.html