ໂຣກຄໍກິນເລືອດ! ອາການ ແລະ ວິທີຮັກສາ

ກວດສຸຂະພາບ ວັນນີ້ເຮົາຈະມາເວົ້າເລື່ອງໂຣກຄໍກິນເລືອດ ເປັນໂຣກອີກຊະນິດໜຶ່ງຂອງ ໂຣກໄທຣອຍ ໂດຍຕ່ອມໄທຣອຍຈະຢູ່ທີ່ລຳຄໍດ້ານໜ້າ ຕ່ຳກວ່າລູກກະເດືອກເລັກໜ້ອຍ ເຮັດໜ້າທີ່ສ້າງ ແລະ ລັ່ງຮໍໂມນໄທຣອຍອອກສູ່ກະແສເລືອດ ເພື່ອກະຕຸ້ນໃຫ້ຮ່າງກາຍທຳງານເປັນປົກກະຕິ ໂດຍສະເພາະຫົວໃຈ ແລະ ລະບົບປະສາດ ເຊິ່ງຜູ້ປ່ວຍໂຣກຄໍກິນເລືອດກໍ່ມີສາເຫດມາຈາກການເສຍສົມດຸນຂອງຮໍໂມນໄທຣອຍນັ້ນເອງ ເພດຍິງ ໂຣກຄໍກິນເລືອດມັກຈະເກີດກັບແມ່ຍິງຫຼາຍກວ່າຜູ້ຊາຍ 4-8 ເທົ່າ

65

ອາການສະແດງຂອງໂຣກຄໍກິນເລືອດ
1. ຫົວໃຈຈະຖືກກະຕຸ້ນໃຫ້ທຳງານໜັກ ຈິ່ງມີອາການຜິດປົກກະຕິເກີດຂຶ້ນ ໄດ້ແກ່ ໃຈສັ່ນ, ຫົວໃຈເຕັ້ນແຮງ ແລະ ເຕັ້ນໄວ ຈັບເບິ່ງຊີບພະຈອນຈະເຕັ້ນບໍ່ສະໝ່ຳສະເໝີບາງຄັ້ງ ເມື່ອຍງ່າຍ ເຊັ່ນ: ເວລາຍ່າງຂຶ້ນຂັບໄດກໍ່ຮູ້ສຶກເມື່ອຍແລ້ວ

2. ເນື້ອເຍື່ອຂອງຮ່າງການເຜົາຜານສ້າງພະລັງງານອອກມາຫຼາຍ ຮວມເຖິງເນື້ອເຍື່ອທີ່ເກັບສຳຮອງໄວ້ເປັນໄຂມັນ ແລະ ກ້າມເນື້ອສ່ວນຕ່າງໆຂອງຮ່າງກາຍ ຈະຖືກເຜົາຜານຫຼາຍຂຶ້ນເຮັດໃຫ້ມີອາການຮ້ອນໃນ ຮູ້ສຶກຮ້ອນງ່າຍ ເຫື່ອອອກຫຼາຍ ມືຈະອຸ່ນ ແລະ ກິນຫຼາຍແຕ່ຈ່ອຍລົງ

3. ລະບົບປະສາດຖືກຮໍໂມນໄທຣອຍກະຕຸ້ນຫຼາຍຂຶ້ນເຮັດໃຫ້ອະໄວຍະວະສ່ວນຕ່າງໆ ຂອງຮ່າງກາຍ ຖືກກະຕຸ້ນໃຫ້ທຳງານຜິດປົກກະຕິໄດ້ເຊັ່ນດຽວກັນ ເຊັ່ນ: ມືສັ່ນ, ຕົກໃຈງ່າຍ, ສຳລັບໄສ້ຖືກກະຕຸ້ນເຮັດໃຫ້ຖ່າຍໜັກຫຼາຍຄັ້ງຕໍ່ວັນ, ກ້າມເນື້ອບໍລິເວນກົກແຂນ ແລະ ຂາ ຈະຮູ້ສຶກອ່ອນແຮງ ບາງຄັ້ງເມື່ອນັ່ງຍ່ອງຍໍ້ ກໍ່ລຸກຂຶ້ນບໍ່ໄຫວ ປະຈຳເດືອນອາດມາໜ້ອຍ ຫຼື ຮ່າງອອກໄປ ໜັງຕາອາດຫົດຕົວຂຶ້ນ ເຮັດໃຫ້ເຫັນຕາຂາວດ້ານເທິງໄດ້ຊັດເຈນຄ້າຍກັບຄົນຕາດູນ

1 (1)

ການຮັກສາໂຣກຄໍກິນເລືອດ ມີ 3 ວິທີຄື: 

1. ກິນຢາເມັດ ເລືອກໃຊ້ກັບຜູ້ປ່ວຍໂຣກຄໍກິນເລືອດທີ່ມີອາຍຸນ້ອຍ, ຜູ້ປ່ວຍມີອາການຖືພາ ແລະ ຜູ້ປ່ວຍກ່ອນໄດ້ຮັບການຜ່າຕັດ ຫຼື ການໃຫ້ນ້ຳເກືອ ເພື່ອຄວບຄຸມການທຳງານຂອງຕ່ອມໄທຣອຍເຮັດໃຫ້ອາການຕ່າງໆດີຂຶ້ນ

2. ການກິນນ້ຳແຮ່ທາດທີ່ມີສານກັມມັນຕະຣັງສີໄອໂອດິນ 131 ເຊິ່ງປະໄປສະສົມທີ່ຕ່ອມໄທຣອຍ ແລະ ປ່ອຍຣັງສີໃນຕ່ອມໄທຣອຍເຮັດໃຫ້ຕ່ອມໄທຣອຍເຊົາເປັນຜິດ ວິທີນີ້ເໝາະກັບຜູ້ປ່ວຍທີ່ຮັກສາດ້ວຍຢາແລ້ວບໍ່ໄດ້ຜົນ ຫຼື ຜູ້ທີ່ບໍ່ສາມາດຫຼຸດປະລິມານຢາຮັກສາລົງໄດ້ຕ້ອງໃຊ້ຢາປິ່ນປົວໃນປະລິມານສູງຕະຫຼອດ ຫຼື ຜູ້ປ່ວຍທີ່ມີອາຍຸນ້ອຍ ແຕ່ຫ້າມໃຊ້ນ້ຳແຮ່ສານກັມມັນຕະຣັງສີນີ້ກັບແມ່ຍິງຖືພາເດັດຂາດ

3. ການຜ່າຕັດເອົາຕ່ອມໄທຣອຍບາງສ່ວນອອກ ເຊິ່ງວິທີນີ້ຈະເປັນວິທີທີ່ຮັກສາໄວກວ່າວິທີອື່ນໆ ການຜ່າຕັດນີ້ເໝາະທີ່ຈະໃຊ້ກັບຜູ້ປ່ວຍທີ່ຄຳໃຫຍ່ ຫຼື ຮັກສາແລ້ວບໍ່ໄດ້ຜົນ ແຕ່ວິທີນີ້ກໍ່ມີຂໍ້ເສຍຄື ຖ້າຕັດຕ່ອມໄທຣອຍອອກມາຫຼາຍເກີນໄປ ຈະເຮັດໃຫ້ຕ່ອມສ່ວນທີ່ເຫຼືອສ້າງຮໍໂມນບໍ່ພຽງພໍ ຕ້ອງກິນຢາທົດແທນຕະຫຼອດຊີວິດ

ສະໝຸນໄພທີ່ຊ່ວຍຮັກສາ ໂຣກຄໍກິນເລືອດຄື ນ້ຳໃບຢານາງ ມາເບິ່ງວິທີເຮັດກັນເລີຍ

 “ນ້ຳຢານາງ” ໃຫ້ຄັ້ນໃບຢານາງຕົ້ມກິນແທນນ້ຳລ້າ ເປັນປະຈຳ

ນອກຈາກນັ້ນໃຫ້ທ່ານປັບນິໄສການກິນ ຫັນມາກິນອາຫານເຢັນແທນ ເຊັ່ນ: ບໍ່ກິນເນື້ອສັດ ແຕ່ກິນປານຶ້ງທາເກືອເພື່ອເສີມໄອໂອດີນ ກິນຜັກໝາກໄມ້ຊະນິດເຢັນເຊັ່ນ: ໝາກໂມ, ໝາກນັດ, ແອັບເປິ້ນ… ກິນເຂົ້າກັບຜັກລວກປານຶ້ງ ໂດຍເນັ້ນຜັກທີ່ສານເຢັນຊ່ວຍດັບຄວາມຮ້ອນເຊັ່ນ: ຜັກກາດຂາວ, ໝາກເລັ່ນ, ຫົວແຄຣັອດຂາວ, ໝາກແຕງ, ຜັກຫວານ, ໝາກຖົວແປບ, ດອກຜັກກາດປະເພດນີ້ເປັນຕົ້ນ ແລະ ອື່ນໆ.

 ໃນທາງການແພດບູຮານຕຳລາຈີນ ແລະ ໄທ ກ່າວວ່າຄໍກິນເລືອດເກີດຈາກການກິນທີ່ບໍ່ສົມດູນກິນອາຫານທີ່ມີສານຮ້ອນ ຫຼາຍກ່ວາເຢັນ ຈະເຮັດໃຫ້ພາຍໃນຮ່າງກາຍຮ້ອນເກີນ ຈົນເຮັດໃຫ້ການເຮັດວຽກຂອງຕ່ອມໄທຣອຍຜິດປົກກະຕິ. 

ຜັກ ແລະ ຫມາກໄມ້ທີ່ມີສານຮ້ອນໃນທີ່ຜູ້ປ່ວຍຄໍກິນເລືອດບໍ່ຄວນກິນມີ: ກະລ່ຳ, ຫົວຫອມແດງໃຫຍ່, ແຄຣັອດສີສົ້ມ, ໝາກຖົ່ວຢາວ, ກະທຽມ, ໝາກອຶ, ຫົວສີໄຄ, ຫົວຂ່າ, ຫົວຂີງ, ໝາກເພັດ, ໝາກທຸລຽນ, ໝາກສີດາ, ໝາກລຳໄຍ ແລະ ອື່ນໆ

ວິທີທຳມະຊາດບຳບັດຄໍກິນເລືອດທີ່ປະສົມປະສານການອອກກຳລັງກາຍໂດຍການແກ່ວງແຂນເປັນປະຈຳວັນລະ 20 ນາທີເປັນຢ່າງຕ່ຳ.

ທີ່ມາ: http://sukkapab.com/