spot_img
Homeຂ່າວການສຶກສາສົນໃຈໄປຍົກລະດັບພາສາອັງກິດ ຢູ່ປະເທດບຣູໄນ ແລະ ຮາວາຍ ອາເມລິກາ ອ່ານທາງນີ້ ດ່ວນ !!!

ສົນໃຈໄປຍົກລະດັບພາສາອັງກິດ ຢູ່ປະເທດບຣູໄນ ແລະ ຮາວາຍ ອາເມລິກາ ອ່ານທາງນີ້ ດ່ວນ !!!

Published on

ໂຄງການ Brunei- U.S. English Language Enrichment ສໍາຫຼັບບັນດາປະເທດຢູ່ອາຊຽນ ປະກາດ ແຈ້ງການສະມັກທຶນ ການໄປຝຶກອົບຮົມ ຢູ່ປະເທດ ບຣູໄນ ແລະ ຣາວາຍ ປະເທດອາເມລິກາ ເປັນເວລາ 11 ອາທິດ . ລາຍລະອຽດ ການສະຫມັກ ອ່ານໄດ້ຂ້າງລຸ່ມນີ້. ປິດຮັບສະມັກ ວັນທີ 28/4/2016 !

5546

ໂຄງການເພີ່ມທັກສະພາສາອັງກິດ ບຣູໄນ-ອາເມລິກາສຳລັບອາຊຽນເປີດຮັບສະຫມັກແລ້ວ. ໂຄງການນີ້ຈະດຳເນີນເປັນເວລາ 11 ອາທິດ ນັບຕັ້ງແຕ່ ທີ 5 ກັນຍາ ຫາ ທີ 19 ພະຈິກ 2016 ນີ້, ຄູອາຈານສອນພາສາອັງກິດ ແລະ ພະນັກງານລັດຖະກອນ ແລະ ນັກການທູດ ຈາກ 10 ປະເທດອາຊຽນ ຈະໄດ້ເສີມທັກສະການສື່ສານໂດຍໃຊ້ພະສາອັງກິດ ໂດຍການເຂົ້າສຶກສາທີ່ ມະຫາວິທະຍາໄລບຣູໄນດາຣຸສສະລຳ ເປັນເວລາ 7 ອາທິດ ແລະ ອີກ 4 ອາທິດ ແມ່ນຢູ່ທີ່ ສູນ East-West ທີ່ເມືອງ ຮໍນໍລູລູ. ນອກຈາກການພັດທະນາທັກສະທາງດ້ານພາສາແລ້ວ, ຜູ້ເຂົ້າຮ່ວມຍັງຈະໄດ້ແລກປ່ຽນກັນທາງດ້ານວັດທະນະທຳ ແລະ ສ້າງຄວາມສຳພັນ ແລະ ຄວາມເຄົາລົບເຊິ່ງກັນແລະກັນລະຫວ່າງຄົນໃນອາຊຽນ.
ຜູ້ສະໝັກຈະຕ້ອງຈົບການສຶກສາລະດັບປະລິນຍາຕີ, ເຮັດວຽກມາກ່ອນ 5 ປີ ແລະ ສາມາດນຳໃຊ້ພາສາອັງກິດໃນລະດັບທີ່ເໝາະສົມຕາມເອກະສານກ່ຽວກັບທຶນທີ່ http://bit.ly/1S7otOg.
ສະໝັກໂດຍສົ່ງຟອມໄປທີ່ສະຖານທູດບຣູໄນກ່ອນວັນທີ 28 ເມສານີ້ ພ້ອມດ້ວຍເອກະສານຢັ້ງຢືນໂດຍລັດຖະບານ.
ດາວໂຫລດຟອມທີ່: http://bit.ly/22owOp8
ອ່ານເພີ່ມທີ່: http://1.usa.gov/1R2VRFJ

ແຫລ່ງຂ່າວຈາກ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...