spot_img
Homeຂ່າວການສຶກສາສົກນີ້ ສະຖາບັນວິຈິດສິນແຫ່ງຊາດ ສ້າງບຸກຄະລາກອນໃໝ່ ອອກຮັບໃຊ້ສັງຄົມ 40 ກວ່າຄົນ!

ສົກນີ້ ສະຖາບັນວິຈິດສິນແຫ່ງຊາດ ສ້າງບຸກຄະລາກອນໃໝ່ ອອກຮັບໃຊ້ສັງຄົມ 40 ກວ່າຄົນ!

Published on

ຂປລ.​ ສະ​ຖາ​ບັນວິຈິດ​ສິນ​ແຫ່ງ​ຊາດ ຈັດ​ພິທີ​ມອບ-​ຮັບ ​ໃບ​ປະກາດ​ສະ​ນິຍະ​ບັດ ​ໃຫ້​ແກ່​ນັກ​ສຶກສາທີ່​ສຳ​ເລັດ​ການ​ສຶກສາ ລະດັບ​ອານຸປະລິນຍາ​ຕີ ຮຸ່ນ​ທີ 6 ​ແລະ ລະດັບ​ປະລິນຍາ​ຕີ ຮຸ່ນທີ 10 ​ໃນ​ສົກ​ສຶກສາ 2015-2016  ​​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 30 ກັນຍານີ້ ທີ່ສະ​ຖາ​ບັນ​ວິຈິດ​ສິນແຫ່ງ​ຊາດ ​ໃຫ້ກຽດ​ເຂົ້າ​ຮ່ວມ​ໂດຍ ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຕາງໜ້າຈາກສະ​ຖາບ​ັນການ​ສຶກສາ​ຕ່າງໆ ​ແລະ ພໍ່-​ແມ່ ຜູ້​ປົກຄອງ​ເຂົ້າ​ຮ່ວ​ມ.

ທ່ານ ​ໄມສິງ ຈັນ​ບຸ​ດດີ ຫົວໜ້າສະ​ຖາ​ບັນວິຈິດ​ສິນ​ແຫ່ງ​ຊາດ ​​ຜ່ານ​ບົດ​ສະຫລຸບການຈັດ​ຕັ້ງ​ປະຕິບັດວຽກງານ​ໂດຍ​ຫຍໍ້, ​ໂດຍ​ມີ​ບາງ​ຕອນ​ກ່າວ​ວ່າ:​ໃນ 1 ປີຜ່ານ​ມາ ​​​ໃນ​ສົກຮຽນ 2015-2016 ​ໄດ້ມີ​ນັກ​ສຶກສາ​ສຳ​ເລັດການ​ສຶກສາ​ທັງໝົດ 44 ຄົນ ໃນ​ລະດັບ​ອນຸ​ປະລິນຍາ 18 ຄົນ, ຍິງ 2 ​ຄົນ, ຈາກ​ສາຂາພາກ​ວິຊາ​ຈິດຕະກຳ, ພາກ​ວິຊາ​ພາບ​ພິມ, ພາກ​ວິຊາສີ​ລະ​ປະ​ພື້ນ​ເມືອງ ​ແລະ ປະຕິສັງຂອນ, ພາກ​ວິຊາ​ອອກ​ແບບ​ນິ​ເທດ​ສິນ, ພາກ​ວິຊາ​ປະຕິ​ມະ​ກຳປະກອບ​ມີ 3 ສາຂາ ຄື: ສາຂາ​ຄວັດ​ແກະສະຫລັກ​ໄມ້, ສາຂາ​ປັ້ນ-​ຫລໍ່, ສາຂາ​ວິຊາ​ປັ້ນດິນ​ເຜົາ. ສຳ​ລັບ​ລະດັບ​ປະລິນຍາ​ຕີ ມີ​ 26 ຄົນ, ຍິງ 5 ຄົນ ຈາກ​ສາຂາ​ພາກ​ວິຊາ​ຈິດຕະກຳ,​ ພາກ​ວິຊາ​ປະຕິ​ມະ​ກຳ ​ແລະ ພາກ​ວິຊາ​ສິລະ​ປະ​ພື້ນ​ເມືອງ ​ເຊິ່ງບັນ​ດາ​ນັກ​ສຶກສາທີ່​ຈົບ​ໄປ ຈະ​ໄດ້​ປະກອບ​ອາຊີບ​ຕ່າງໆ ​ເພື່ອ​ປະກອບສ່ວນເຂົ້າ​​ໃນ​ການ ​ພັດທະນາ ​ເສດຖະກິດ​ສັງຄົມ ​ແລະ ວັດທະ​ນະ​ທຳຂອງ​ຊາດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...