spot_img
Homeຂ່າວພາຍ​ໃນສູ້ໆ ຕຳຫຼວດລາວສູ້ໆ

ສູ້ໆ ຕຳຫຼວດລາວສູ້ໆ

Published on

ທ່ານຜູ້ອ່ານຄົງຍັງຈື່ໄດ້ເນາະ ກັບເຫດການໂຈນຕ່າງຊາດ ກໍ່ເຫດລັກເງິນລູກຄ້າທະນາຄານອິນດູຈີນ ເມື່ອວັນທີ 28 ກັນຍາ 2016 ທີ່ຜ່ານມາ ຫຼັງຈາກນັ້ນມາບໍ່ຮອດສອງມື້ກໍໄດ້ຮູບຖ່າຍ, ລາຍຊື່ ແລະສັນຊາດ ຂອງໂຈນມາເປັນທີ່ຮຽບຮ້ອຍ ລວມທັງວິດີໂອຈາກກ້ອງວົງຈອນປິດໄດ້ບັນທຶກເຫດການໄວ້ຢ່າງຈະແຈ້ງຊັດເຈນພໍສົມຄວນ.

ພາຍຫຼັງທີ່ເກີດເຫດ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ສຸມທຸກກຳລັງວິຊາຄວາມຮູ້ເຂົ້າໃສ່ ເພື່ອສະກັດຈັບກຸ່ມຄົນດັ່ງກ່າວມາລົງໂທດໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້.

ມາຮອດມື້ນີ້ລວມທັງມື້ເກີດເຫດ ເປັນມື້ທີ 14 ຫຼື ສອງອາທິດເຕັມໆ ( 28/9 – 11/10) ເຈົ້າໜ້າທີ່ທາງການຍັງບໍ່ໄດ້ເປີດເຜີຍຂໍ້ມູນອອກສູ່ສັງຄົມເລີຍວ່າ ຄວາມຄືບໜ້າຂອງການຕິດຕາມຈັບກຸມກຸ່ມຄົນຮ້າຍໄປຮອດໃສແລ້ວ ມີເບາະແສຈັ່ງໃດຫຼືຍັງ ຈຶ່ງຍັງເປັນໝາຍຖາມໂຕໃຫຍ່ໆ ທີ່ຄ້າງຄາໃຈສັງຄົມຢູ່ ແລະທີ່ແນ່ນອນທີ່ສຸດຄືຍັງບໍ່ສາມາດຈັບກຸມໄດ້ຈັກຄົນຕາມທີ່ເປັນຂ່າວໃນອາທິດກ່ອນນັ້ນເລີຍ.

ແນວໃດກໍຕາມ, ເຂີຍເມືອງຊຳ (ຜູ້ຂຽນເຊື່ອວ່າ) ຄິດວ່າທາງພາກສ່ວນທີ່ກ່ຽວຂ້ອງເພິ່ນກຳລັງພະຍາຍາມຢ່າງເຕັມທີ່ຢູ່ແລ້ວ ເຊິ່ງອາດຈະຕ້ອງໃຊ້ເວລາແກະຮອຍເກັບກຳຂໍ້ມູນລະອຽດເພື່ອບໍ່ໃຫ້ມີຄວາມຜິດພາດໃນການປະຕິບັດວຽກງານ. ອີກຢ່າງໜຶ່ງໃນມື້ເກີດເຫດມີຜູ້ລາຍງານວ່າກຸ່ມໂຈນມີອາວຸດປືນ ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງຕ້ອງມີຄວາມລະມັດລະວັງເປັນຢ່າງດີ ລວມທັງກຸ່ມໂຈນຕ່າງຊາດອາດຈະມີຄວາມຊ່ຽວຊານໃນການຕອບໂຕ້ກໍໄດ້. ສິ່ງສຳຄັນອັນໜຶ່ງຄື ປະຊາຊົນຄົນລາວທຸກຄົນຄວນຈະຕ້ອງເປັນຫູເປັນຕາຊ່ວຍເຫຼືອເຈົ້າໜ້າທີ່ໃນການສອດສ່ອງດູແລພວກກ່ຽວ.

ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ເຈົ້າໜ້າທີ່ຈົ່ງເຮັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດ ພໍ່ແມ່ປະຊາຊົນ ກໍຄືສັງຄົມກຳລັງຕັ້ງຄວາມຫວັງ ແລະສົ່ງສຽງເຊຍບັນດາທ່ານຢູ່… ຂໍໃຫ້ສູ້ໆ ເດີ!

ໂຈນຕ່າງຊາດລັກເງິນ
ຮູບປະກອບຈາກທາງການໄທ ມີຂໍ້ມູນຈະແຈ້ງທັງຮູບຮ່າງໜ້າຕາ, ລາຍຊື່, ສັນຊາດ ແລະເຂົ້າລາວເມື່ອວັນທີເດືອນປີໃດ ແຕ່ມາຮອດປັດຈຸບັນກຸ່ມຄົນຮ້າຍຍັງລອຍນວນ ແບບບໍ່ມີຮ່ອງຮອຍ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...