spot_img
Homeຂ່າວພາຍ​ໃນສູນປິ່ນປົວໂລກເອກຈະມີຕື່ມທີ່ ຂ.ຫົວພັນ

ສູນປິ່ນປົວໂລກເອກຈະມີຕື່ມທີ່ ຂ.ຫົວພັນ

Published on

image (4)

ເຈົ້າຫນ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນື່ງ ເວົ້າວ່າ ໃນປີ 2014 ນີ້ ທາງການລາວ ຈະສ້າງສູນ ປີ່ນປົວ ຜູ້ຕິດເຊື້ອ HIV/AIDS ແຫ່ງທີ 10 ຂື້ນ ທີ່ແຂວງ ຫົວພັນ ພາກເຫນືອ ຂອງລາວ:

“ແຂວງຫົວພັນ ມັນມີການ ສັກ ຢາເສພຕິດ ເຂົ້າໃນ ເສັ້ນເລືອດ ແລ້ວດຽວນີ້ ພວກເຮົາ ໄດ້ເຂົ້າໄປ ສຳຣວດແລ້ວ ແລ້ວຈະ ຂຍາຍຈຸດ ປີ່ນປົວ ນັ້ນໄປເປັນ ກີ່ງ ສາຂາ ນື່ງອີກ ຢູ່ແຂວງ ຫົວພັນ”.

ທ່ານ ກ່າວຕື່ມວ່າ ຫລັງຈາກສົ່ງ ເຈົ້າຫນ້າທີ່ ລົງໄປ ສຳຣວດ ຂໍ້ມູນ ພົບວ່າ ໃນແຂວງ ຫົວພັນ ມີຜູ້ຕິດ ເຊື້ອ HIV ຈາກການໃຊ້ ສານເສບຕິດ ຢ່າງ ຫຼວງຫຼາຍ ຜູ້ປ່ວຍ ເຫລົ່ານັ້ນ ມີຄວາມຢ້ານ ທີ່ຈະເຂົ້າ ໄປປີ່ນປົວ ໃນໂຮງຫມໍ ທົ່ວໄປ ຫລື ໃນໂຮງຫມໍ ຕ່າງແຂວງ ຍ້ອນການ ໃຊ້ ຢາເສບຕິດ ເປັນເຣື່ອງ ຜິດກົດຫມາຍ.

ການເປີດສູນ ປີ່ນປົວ ແຫ່ງນີ້ ຈະເຮັດໃຫ້ ຜູ້ຕິດເຊື້ອ ມີຄວາມ ສະບາຍໃຈ ໃນການ ເຂົ້າມາປີ່ນປົວ ໂດຍບໍ່ຕ້ອງ ເປີດເຜີຍ ຂໍ້ມູນ ເຣື່ອງ ຢາເສບຕິດ. ສູນ ປີ່ນປົວ ດັ່ງກ່າວ ຈະສ້າງຂື້ນ ໃນເດືອນ 7 ປີນີ້ ທາງການ ຈະສົ່ງ ເຈົ້າຫນ້າທີ່ ໄປຝືກ ອົບຮົມ ການປີ່ນປົວ ເຊື້ອໂລກ ດັ່ງກ່າວ ທີ່ ນະຄອນຫລວງ ວຽງຈັນ ຄາດວ່າ ຈະສາມາດ ເປີດສູນ ປີ່ນປົວ ໂຣຄ HIV ທີ່ ແຂວງຫົວພັນ ໄດ້ ໃນທ້າຍ ປີນີ້.

ຈາກປີ 1990 ຫາປີ 2013 ໃນລາວ ມີຄົນຕິດ ເຊື້ອໂລກ HIV ກວ່າ 6 ພັນຄົນ ໃນນັ້ນ ມີຜູ້ເປັນ ໂລກເອກ 3 ພັນກວ່າຄົນ ແລະ ໄດ້ເສຍຊີວີດ ໄປແລ້ວ ນຶ່ງພັນ ກວ່າຄົນ. ໃນປີ 2013 ມີຜູ້ຕິດເຊື້ອ HIV ໃຫມ່ປະມານ 613 ຄົນ.

ປັດຈຸບັນ ມີສູນ ປີ່ນປົວໂລກ HIV 9 ແຫ່ງຄື ສອງແຫ່ງ ຢູ່ ນະຄອນຫລວງ ວຽງຈັນ ສອງແຫ່ງຢູ່ ແຂວງ ບໍ່ແກ້ວ, ແຂວງ ຫລວງພະບາງ ສະວັນນະເຂດ ຈຳປາສັກ ຫລວງນ້ຳທາ ແລະ ຄຳມ່ວນ ແຂວງລະນື່ງແຫ່ງ. ແຂວງຫົວພັນ ເປັນແຫ່ງທີ ສິບ.

ທີ່ມາ http://www.rfa.org

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...