spot_img
Homeຂ່າວເຫດການສູນກາງແນວລາວສ້າງຊາດ ເປີດນຳໃຊ້ເວັບໄຊ

ສູນກາງແນວລາວສ້າງຊາດ ເປີດນຳໃຊ້ເວັບໄຊ

Published on

ໃນວັນທີ 10 ພະຈິກທີ່ຜ່ານມາ ສູນກາງແນວລາວສ້າງຊາດໄດ້ຈັດພິທີເປີດນຳໃຊ້ເວັບໄຊຢ່າງເປັນທາງການ ຢູ່ທີ່ສູນເຝິກອົບຮົມສູນກາງແນວລາວສ້າງຊາດໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານຄະນະກຳມະການສູນກາງແນວລາວສ້າງຊາດ, ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນທະວົງ ແສງອາພາບມົນຕີ ຮອງປະທານສູນກາງແນວລາວສ້າງຊາດກ່າວວ່າ: ການເປີດນຳໃຊ້ເວັບໄຊນີ້ແມ່ນເພື່ອເປັນການເປີດປະຕູແຫ່ງການຕິດຕໍ່ພົວພັນ ແລະເຊື່ອມໂຍງດ້ານຂໍ້ມູນຂ່າວສານລະຫວ່າງສູນກາງແນວລາວສ້າງຊາດກັບແນວລາວສ້າງຊາດແຕ່ລະຂັ້ນ, ກັບປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ, ຄົນລາວທີ່ດຳລົງຊີວິດຢູ່າຕ່າງປະເທດກໍຄືພາກສ່ວນທີ່ກ່ຽວຂ້ອງຂອງປະເທດເພື່ອມິດໃນພາກພື້ນ ແລະ ສາກົນ, ຊຶ່ງເວັບໄຊຂອງສູນກາງແນວລາວສ້າງຊາດນີ້ ມີຊື່ວ່າ: WWW. lfnc.gov.la ເປັນເວັບໄຊທີ່ມີ 2 ພາສາ (ລາວ-ອັງກິດ) ປະກອບມີໜ້າສໍາຄັນຕົ້ນຕໍຈໍານວນໜຶ່ງຄື: ໜ້າທຳອິດ, ໜ້າຂ່າວສານ, ໜ້າກອງປະຊຸມຕ່າງໆ, ໜ້າຕິດຕໍ່ພົວພັນ ແລະ ໜ້າກວດອີເມວ, ຊຶ່ງໃນນັ້ນຈະມີປະຫວັດຄວາມເປັນມາ, ມູນເຊື້ອຂອງອົງການແນວລາວສ້າງຊາດ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະໜ້າທີ່, ການເຄື່ອນໄຫວຕ່າງໆ, ໂຄງຮ່າງການຈັດຕັ້ງ, ວິໄສທັດ, ແຜນງານຍຸດທະສາດ, ນິຕິກຳ ແລະອື່ນໆທີ່ຕິດພັນກັບວຽກງານແນວໂຮມທັງຢູ່ສູນກາງ ແລະ ທ້ອງຖິ່ນ.

ທ່ານກ່າວຕື່ມວ່າ: ເວັບໄຊຂອງສູນກາງແນວລາວສ້າງຊາດແມ່ນໄດ້ສ້າງສຳເລັດ ໂດຍພື້ນ ຖານ ແລະ ພ້ອມແລ້ວທີ່ຈະເປີດນຳໃຊ້ຢ່າງເປັນທາງການເພື່ອເປັນຊ່ອງທາງແຫ່ງການຕິດຕໍ່, ພົວພັນ, ເປັນແຫຼ່ງການຊົມໃຊ້, ແລກປ່ຽນຂໍ້ມູນຂ່າວສານ ແລະ ເປັນສູນຮຽນຮູ້ມູນເຊື້ອປະຫວັດສາດຂອງແນວລາວສ້າງຊາດຕິດພັນກັບປະຫວັດມູນເຊື້ອຂອງຊາດ ແລະຂອງພັກປະຊາຊົນປະຕິວັດລາວ, ເປັນການເຜີຍແຜ່ສະໜອງຂໍ້ມູນຂ່າວສານກ່ຽວກັບການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດຂັ້ນຕ່າງໆໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບອົງການແນວລາວສ້າງຊາດແຕ່ລະຂັ້ນໃຫ້ນັບມື້ນັບຫຼາຍຂຶ້ນ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...