ສຳນັກຂ່າວ ປັກກິ່ງ ຍູທ ເດລີ ໄດ້ອອກມາສະແດງຄວາມຄິດເຫັນກ່ຽວກັບໂຄງການຜະລິດລົດປະຈຳທາງໂດຍສານຍົກສູງແລ່ນຂອບເລນທາງຂອງຈີນ ຫຼັງເກີດມີກະແສທີ່ຮືຮາໄປທົ່ວໂລກ ຈາກການເຜີຍແຜ່ຄລິບທົດສອບລົດໂດຍສານຄັນດັ່ງກ່າວ ໃນເມືອງ ສິນຫວງເຕົ່າ ມົນເຫີເປ່ຍ
ໂດຍສຳນັກຂ່າວດັ່ງກ່າວເຜີຍວ່າ ໂຄງການນີ້ອາດເປັນພຽງການສ້າງເລື່ອງຂຶ້ນມາ ເພື່ອຫວັງຫຼອກເອົາເງິນນັກລົງ ທຶນເທົ່ານັ້ນ ເພາະຈາກການກວດສອບພົບວ່າ ສະຖານທີ່ຜະລິດຖືກປ່ອຍປະຮ້າງໄປແລ້ວ ທັງໆທີ່ຫາກໍ່ມີການເຮັດພິທີວາງສີລາ ເມື່ອເດືອນຜ່ານມານີ້
ຂະນະທີ່ເວັບໄຊຄາຣນິວສ໌ໄຊນ່າ ເຊິ່ງລາຍງານກ່ຽວກັບລົດເມຄັນນີ້ໃນຈີນເຜີຍວ່າ ແນວຄິດດັ່ງກ່າເບິ່ງຄືຊ່ວຍແກ້ໄຂບັນຫາການຈາລະຈອນໄດ້ ແຕ່ເຊື່ອວ່າຫາກນຳມາໃຊ້ຕົວຈິງແລ້ວຄົງເຮັດໄດ້ຍາກ ບໍ່ສະດວກຢ່າງທີ່ຄິດ ເພາະໃນຖະໜົນມີລົດຫຼາກຫຼາຍຊະນິດແລ່ນປະປົນຢູ່ ເຊັ່ນ: ລົດບັນທຸກ, ລົດຕູ້, ຮວມໄປເຖິງຈຳພວກເສັ້ນທາງລອຍຟ້າຕ່າງໆອີກດ້ວຍ
ແນວໃດກໍ່ດີຫຼັງຈາກຂ່າວດັ່ງກ່າວໄດ້ເຜີຍແຜ່ອອກໄປ ທາງຝ່າຍຜູ້ຜະລິດຢືນຢັນວ່າ ຈາກການທົດສອບລ່າສຸດໄດ້ຊີ້ໃຫ້ເຫັນວ່າ ລົດເມແນວໃໝ່ມີຄວາມເປັນໄປໄດ້ແທ້ ແລະ ມີກຳນົດຈະນຳອອກທົດສອບຢ່າງເຕັມຮູບແບບປີໜ້າ ໃນເລນທົດສອບ 3 ກິໂລແມັດ ທີ່ລັດຖະບານສ້າງຂຶ້ນ
ທີ່ມາຈາກ: ews.mthai.com/hot-news/world-news/511100.html