spot_img
Homeນານາສາລະສີເສື້ອຕາມວັນເກີດ

ສີເສື້ອຕາມວັນເກີດ

Published on

ຄວາມເຊື້ອເລື່ອງການເລືອກສີເສື້ອປະຈໍາວັນເກີດແຕ່ລະມື້ນັ້ນ ກໍເພື່ອຄວາມເປັນສິລິມຸງຄຸນ ຫາກເລືອກສີເສື້ອທີ່ກົງກັບວັນເກີດ ເຊື່ອວ່າເຮັດຫຍັງກໍຈະຫລາບລື່ນ ບໍ່ຄ່ອຍມີອຸປະສັກຂວາງ ເພື່ອນຮ່ວມງານກໍຮັກ ຜູ້ຄົນກໍມີຄວາມນິຍົມຊົມຊອບ…

ວັນຈັນ: ເປັນຄົນອ່ອນໂຍນ ຄວນໃສ່ເສື້ອຜ້າສີເຫຼືອງ, ສີທອງ, ສີໄຂ່, ສີຄີມ, ສີຟ້າ ເພາະຜູ້ຈະມີຜູ້ໃຫຍ່ໃຫ້ຄວາມຊ່ວຍເຫຼືອສະໜັບສະໜູນ ສີຂຽວໝາຍເຖິງການເລື່ອນຕໍາແໜ່ງ ຄວາມຂະຫຍັນ ແລະຄວາມກະຕືລືລົ້ນ ສີແຫ່ງໂຊກລາບຄືສີມ່ວງ.

ວັນອັງຄານ: ເປັນຄົນຈິດໃຈເຂັ້ມແຂງ, ເດັດດ່ຽວ, ຕົງໄປຕົງມາ ສີມົງຄຸນ ສີບົວ, ສີແດງ,​ ສີສົ້ມ ຫຼສີຂຽວ ຫາກໃສ່ເສື້ອຜ້າສີດັ່ງກ່າວຈະຊ່ວຍຈະຊ່ວຍເຮັດໃຫ້ເບິ່ງເປັນຄົນອ່ອນຫວານ ນີ້ມນວນ ສີແຫ່ງໂຊກລາບຄື: ສີແດງ ແລະສີບົວ.

ວັນພຸດ: ເປັນຄົນມີສະເໜ່ ສີແຫ່ງໂຊກລາບຄື: ສີຂຽວ, ຂຽວອ່ອນ, ຂຽວແກ່ ແລະຂຽວໃບໄມ້ ລວມທັງສີທໍາມະຊາດ ສີດັ່ງກ່າວເປັນສີສິລິມຸງຄຸນ ຊຶ່ງຈະຊ່ວຍເສີມສ້າງພະສັງຊີວິດ.

ວັນພະຫັດ: ເປັນຄົນມີຄຸນນະທໍາສູງ, ຊື່ສັດ, ຮັກດຽວໃຈດຽວ ສີມຸງຄຸນຄື: ສີທອງ, ສີນໍ້າຕານອ່ອນ, ສີນໍ້າຕານແກ່ ຫຼືສີສົ້ມ, ສີແສດ ແລະສີທອງກໍໄດ້.

ວັນສຸກ: ເປັນຄົນທີ່ມີຄວາມສຸກ ສົດຊື່ນ ເບິ່ງໂລກໃນແງ່ດີ ສີທີ່ເປັນມຸງຄຸນຄື: ສີຟ້າ ສີທີ່ໃຫ້ໂຊກລາບຄື: ສີບົວ, ສີຟ້າ, ສີແດງ, ສີຄີມ, ສີເຫຼືອງອ່ອນ, ສີຂາວ ຫຼືສືທອງ.

ວັນເສົາ: ເປັນຄົນທີ່ມີຄວາມເຊື່ອໝັ້ນໃນຕົນເອງສູງ, ຕົງໄປຕົງມາ ສີທີເປັນມຸງຄຸນຄື: ສີມ່ວງ, ສີຟ້າ, ສີບົວ ຫາກໃສ່ເສື້ອຜ້າສີເຫຼົ່ານີ້ຈະຊ່ວຍໃຫ້ມີສະເໜ່ ຜູ້ໃຫຍ່ໃຫ້ການສະໜັບສະໜູນ.

ວັນທິດ: ຄວນເລືອກນຸ່ງເສື້ອຜ້າສີແດງ, ແດງເຂັ້ມ, ແດງຈາງ, ສີບົວ, ສີສົ້ມ, ສີແສດ ຈະຊ່ວຍໃຫ້ຮູູ້ສຶກສົດຊື່ນ ສີແຫ່ງໂຊກລາບຄື: ສີທອງ, ສີຄີມ ແລະສີຂຽວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...