spot_img
Homeຄວາມງາມສີຜົມທີ່ເໝາະກັບຄົນແຕ່ລະສີຜິວ

ສີຜົມທີ່ເໝາະກັບຄົນແຕ່ລະສີຜິວ

Published on

ຄວາມງາມ ມື້ນີ້ແອັດມິນມີສີຜົມທີ່ເໝາະກັບຄົນແຕ່ລະສີຜິວມາຝາກ ເພາະເດືອນໜ້ານີ້ກໍ່ຈະຮອດປີໃໝ່ ລະດູການຂອງການຍ້ອມສີຜົມກັນທົ່ວບ້ານທົ່ວເມືອງ ແຕ່ການຍ້ອມສີຜົມນັ້ນຢາກແນະນຳວ່າ ກ່ອນທ່ານຈະຍ້ອມສີຜົມທຸກຄັ້ງຕ້ອງຄິດກ່ອນວ່າ ສີຜົມນີ້ຫາກຍ້ອມໄປຈະສົ່ງເສີມໃຫ້ໜ້າເຮົາສະຫວ່າງຂຶ້ນບໍ່ ຍ້ອມໄປແລ້ວມັນຈະເຂົ້າກັນສີຜິວເຮົາບໍ່ ອັນນີ້ເປັນສິ່ງໜຶ່ງທີ່ສຳຄັນບໍ່ຄວນເບິ່ງຂ້າມເດີ້!

ສາວຜິວຂາວອົມຊົມພູ

ຄົນທີ່ມີສີຜິວໂທນນີ້ເປັນຄົນທີ່ມີສຸຂະພາບຜິວດີ ສີທີ່ເໝາະສົມເມື່ອຍ້ອມແລ້ວຈະເຮັດໃຫ້ເບິ່ງງາມຂຶ້ນຈະເປັນສີປະເພດ ສີນ້ຳຕານອົມສົ້ມ, ສີນ້ຳຕານປະກາຍສົ້ມ,​ ສີບຣອນປະກາຍມົ່ນ ເມື່ອຍ້ອມຜົມສີນີ້ແຮງຈະເຮັດໃຫ້ຜິວໜ້າຜິວກາຍທ່ານເບິ່ງງາມຂຶ້ນກວ່າເກົ່າ

ສາວຜິວຂາວຊີດ

ສີຜົມທີ່ເໝາະສົມຈະອອກໂທນມ້ວງປະກາຍແດງ ຫຼື ນ້ຳຕານປະກາຍມ່ວງ ຈະຊ່ວຍໃຫ້ຜິວໃສຂຶ້ນ ແລະ ເບິ່ງມີຊີວິດຊີວາ

ສາວຜິວສີນ້ຳເຜິ້ງ

ຄວນຍ້ອມຜົມໃນໂທນສີທອງ ຫຼື ສີນ້ຳຕານອ່ອນ ເພາະສອງສີນີ້ຈະເນັ້ນໃຫ້ໃບໜ້າຂອງທ່ານຂາວກະຈ່າງໃສ ແລະ ເບິ່ງເຊັກສ໌ຊີ້ຂຶ້ນອີກດ້ວຍ

ສາວຜິວສີແທນ ຫຼື ຜິວດຳ

ສີຜົມທີ່ເໝາະແມ່ນສີນ້ຳຕານ ຫຼື ນ້ຳຕານຊ໊ອກໂກແລັດ ຈະຊ່ວຍສົ່ງໃຫ້ເບິ່ງດູດີມີສະເໜ່ດຶງດູດໃຈຜູ້ທີ່ພົບເຫັນຫຼາຍຂຶ້ນ

ຄວາມງາມຂອງສາວໆ ມັນຢຸດກັນບໍ່ໄດ້ ສີຜົມກໍ່ສຳຄັນທີ່ຊ່ວຍເສີມບຸກຄະລິກ ຫາກທ່ານຈັດຢູ່ໃນກຸ່ມສີຜິວລະດັບໃດ ຖ້າຄິດຈະປ່ຽນສີຜົມໃໝ່ກໍ່ລອງພິຈາລະນາຕາມທີ່ແອັດແນະນຳເບິ່ງຮັບຮອງວ່າງານນີ້ບໍ່ຜິດຫວັງແນ່ນອນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...