ສີຈິ້ນຜິງ ຕໍ່ສາຍເຖິງ ໂດນັນ ທຣັມ ລະບຸ ຈີນ-ອາເມຣິກາ ຕ້ອງຮ່ວມມືກັນ

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 14 ພະຈິກຜ່ານມານີ້ວ່າ ປະທານາທິບໍດີ ສີຈິນຜິງ ແຫ່ງ ສາທາລະນະລັດປະຊາຊົນຈີນ ໄດ້ໂອ້ລົມຜ່ານທາງໂທລະສັບກັບ ທ່ານ ໂດນັນ ທຣັມ ວ່າທີ່ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ໂດຍທ່ານໄດ້ລະບຸວ່າ ການຮ່ວມມື ຄືທາງເລືອກດຽວສຳລັບຄວາມສຳພັນ ລະຫວ່າງສອງປະເທດ ໃນຖານະປະເທດກຳລັງພັດທະນາ ແລະ ພັດທະນາແລ້ວທາງເສດຖະກິດ ທີ່ໃຫຍ່ທີ່ສຸດໃນໂລກ ຊຶ່ງມີຫລາກຫລາຍຂົງເຂດທີ່ຈີນ ແລະ ອາເມຣິກາ ຈະສາມາດຮ່ວມມືກັນໄດ້.

ດ້ານສຳນັກງານປ່ຽນຜ່ານອຳນາດປະທານາທິບໍດີຂອງ ທຣັມ ໄດ້ລະບຸໃນຄຳຖະແຫລງຂອງຕົນວ່່າ ໃນລະຫວ່າງການໂອ້ລົມທາງໂທລະສັບ ຜູ້ນຳທັງສອງໄດ້ເກີດຄວາມຮູ້ສຶກທີ່ຊັດເຈນ ໃນເລື່ອງຄວາມເຄົາລົບຊຶ່ງກັນ ແລະ ກັນ, ທ່ານ ທຣັມ ຍັງເຊື່ອອີກວ່າ ຜູ້ນຳທັງສອງ ຈະສ້າງຄວາມສຳພັນທີ່ເຂັ້ມແຂງ ເພື່ອໃຫ້ທັງສອງປະເທດ ກ້າວໄປສູ່ອະນາຄົດຂ້າງໜ້າຮ່ວມກັນ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!