Home​ຂ່າວທ່ອງທ່ຽວເຄັດລັບການທ່ອງທ່ຽວລະດູໜາວຢ່າງປອດໄພ

ເຄັດລັບການທ່ອງທ່ຽວລະດູໜາວຢ່າງປອດໄພ

Published on

ໃນຄໍລຳທ່ອງທ່ຽວ ກັບ ລາວໂພສຕ໌ ວັນນີ້ ເຮົາຈະມານຳສະເໜີເຄັດລັບການທ່ອງທ່ຽວໃນລະດູໜາວ ໄປທ່ຽວແນວໃດໃຫ້ມ່ວນຊື່ນ ແລະ ປອດໄພຕະຫຼອດການທ່ອງທ່ຽວ ສຳລັບຄົນທີ່ມີແຜນຈະໄປທ່ຽວໃນລະດູໜາວຄວນສຶກສາໄວ້ ເພາະມັນຈະເປັນປະໂຫຍດຫຼາຍໃນການເດີນທາງໄປທ່ຽວຂອງທ່ານ ການທ່ຽວຢ່າງປອດໄພໃນລະດູໜາວມີດັ່ງນີ້:

    1. ການໃຊ້ລົດໃຊ້ຖະໜົນ ໃຫ້ເພີ່ມຄວາມລະວັງໃນການຂັບລົດຜ່ານເສັ້ນທາງຂຶ້ນ – ລົງພູ ໂດຍໃຊ້ຄວາມໄວໃຫ້ເໝາະສົມກັບສະພາບເສັ້ນທາງ ບໍ່ປ່ອຍໃຫ້ເກຍວ່າງ ແລະ ຢຽບແບກໄວ້ຕະຫຼອດເວລາໃນຂະນະຂັບລົດລົງພູ ເມື່ອຂັບລົດຜ່ານເສັ້ນທາງທີ່ມີໝອກປົກຄຸມໜາ ໃຫ້ເປີດໄຟໜ້າລົດ ແລະ ໄຟຕັດໝອກ ບໍ່ຄວນຂັບລົດໄວ ເວັ້ນໄລຍະຫ່າງຈາກລົດຄັນອື່ນໃຫ້ຫຼາຍກວ່າປົກກະຕິ, ບໍ່ຄວນປ່ຽນຊ່ອງທາງລົດກະທັນກັນ ບໍ່ແຊງໃນໄລຍະໃກ້ ຮວມເຖິງບໍ່ຢຸດ ຫຼື ຈອດລົດແຄມທາງ ແລະ ບໍ່ຄວນຂັບລົດຜ່ານເສັ້ນທາງທີ່ມີໝອກປົກຄຸມໜາແໜ້ນກໍ່ຄວນຈອດລົດພັກບໍລິເວນທີ່ປອດໄພເຊັ່ນ: ປ້ຳນ້ຳມັນ… ລໍຖ້າຈົນກວ່າໝອກຈະເບົາບາງລົງຈິ່ງຄ່ອຍຂັບລົດໄປຕໍ່
    2. ການກາງເຕັ້ນພັກ ຄວນເລືອກກາງໃນບໍລິເວນທີ່ປອດໄພ ບໍ່ໃຫ້ຢູ່ໃຫ້ຕົ້ນໄມ້ທີ່ຢືນຕົ້ນຕາຍ ຫຼື ກ້ອງກົກໄມ້ທີ່ມີງ່າໄມ້ຕາຍ ເພາະຈະມີຄວາຮມສ່ຽງຕໍ່ການລົ້ມທັບຂອງຕົ້ນໄມ້ ແລະ ບໍ່ຄວນຢູ່ໃກ້ແຄມນ້ຳ ກ່ອນຈະກາງເຕັ້ນກໍ່ຄວນກວດພື້ນທີ່ໃຫ້ສະອາດ ເພື່ອປ້ອງກັນອັນຕະລາຍຈາກແມງໄມ້ ແລະ ສັດມີພິດ ແລະ ເມື່ອຖ້າສູບຢາກໍ່ບໍ່ຄວນຖິ້ມທົ່ວທີບ ຄວນດັບກອກຢາໃຫ້ມອບສະນິດແລ້ວຈິ່ງຖິ້ມ ເພື່ອປ້ອງກັນໄຟໄໝ້
    3. ການກໍ່ກອງໄຟ ບໍ່ຄວນກໍ່ກອງໄຟໃຫ້ເຕັ້ນທີ່ພັກ ໂດຍສະເພາະບໍ່ລິເວນຫຍ້າແຫ້ງ ຫຼື ວັດຖຸຕິດໄຟງ່າຍ ຫາກກໍ່ກອງໄຟກ່ອນຈະເຂົ້ານອນກໍ່ຄວນມອບໄຟໃຫ້ດັບສະນິດ ເພື່ອປ້ອງກັນການເກີດໄຟໄໝ້
    4. ການຖ່າຍຮູບຊົມວິວ ຄວນຫຼີກລ່ຽງການຖ່າຍຮູບຢູ່ບໍລິເວນຈຸດສ່ຽງ ເຊັ່ນ: ແຄມໜ້າຜາ, ຈຸດຊົມວິວບ່ອນບໍ່ມີຮົ້ວກັ້ນ ເພື່ອປ້ອງກັນອັນຕະລາຍຈາກການພັດຕົກຈາກໜ້າຜາ.
    5. ເຄື່ອງກັນໜາວ, ຢາ ແລະ ສິ່ງທີ່ຈຳເປັນຕ້ອງກຽມໄປໃຫ້ພ້ອມ ເພື່ອເຫດສຸກເສີນ

ເມື່ອຮູ້ແບບນີ້ແລ້ວເມື່ອເວລາໄປທ່ຽວທຸກຄັ້ງກໍ່ຢ່າລືມເອົາຄຳແນະນຳທີ່ກ່າວມາຂ້າງເທິງນີ້ໄປພິຈາລະນາເຂົ້າໃນການທ່ອງທ່ຽວຂອງທ່ານນຳ ເພາະມັນອາດເປັນແນວຄິດດີໆທີ່ຊ່ວຍໃຫ້ການທ່ອງທ່ຽວຂອງທ່ານນອກຈາກຈະໄດ້ຄວາມມ່ວນ, ໄດ້ເຫັນທຳມະຊາດງາມໆແລ້ວ ຍັງໄດ້ຮັບຄວາມປອດໄພແກ່ຕົນເອງ ແລະ ສະຖານທີ່ນຳອີກ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...