ສີຂອງປະຈໍາເດືອນບອກຫຍັງ?

 

  1. ສີແດງເຂັ້ມ: ສະແດງວ່າເລືອດໃນຮ່າງກາຍຂຸ້ນ ແລະມີປະລິມານນໍ້າໜ້ອຍ, ຈະມີອາການຮ້ອນໃນງ່າຍ, ຮ້ອນງ່າຍ, ງຸດງິດງ່າຍ ເພາະຕັບຮ້ອນ ຄວນດື່ມນໍ້າທໍາມະດາ ໃຫ້ໄດ້ມື້ລະ 8 ຈອກ.
  2. ສີແດງຈາງ: ຄືຄົນທີ່ມີປະລິມານສານອາຫານໃນເລືອດໜ້ອຍ ມັກຈະມີປັນຫາເລື່ອງປະຈໍາເດືອນມາໜ້ອຍມື້, ເຫື່ອແຮງໜ້ອຍ, ໜ້າ, ເລັບ ແລະສີາກຈືດ, ວິນຫົວງ່າຍໆ ໂດຍສະເພາະຊ່ວງຕື່ນນອນ ແລະຊ່ວງເຮັດວຽກໜັກ.
  3. ສີແດງຊໍ້າ: ຄືຄົນທີ່ມີເລືອດຄັ່ງຄ້າງຢູ່ທາງໃນ ເລືອດທີ່ອອກມາມັກຈະເປັນສີຊໍ້າໆ ເກີດຈາກປະລິມານເລືອດທີ່ບໍ່ຄົງທີ່ ເພາະພຶດຕິກໍາການນອນ ( ນອນເດິກ ) ກິນອາຫານທີ່ມີໄຂມັນ, ຊີ້ນສັດຫຼາຍ ແລະເຄື່ອງດື່ມເຢັນໆ.

ແລະຜູ້ທີ່ມີປະຈໍາເດືອນຈືດຈາງ ແລະມາໜ້ອນວັນ ໝາຍເຖິງປະລິມານສານອາຫານໃນລືອດໜ້ອຍກວ່າປົກກະຕິຈົນເຮັດໃຫ້ອະໄວຍະວະທີ່ຕ້ອງການເລືອດໃນການທໍາງານຫຼາຍໆ ທໍາງານຜິດປົກກະຕິເຊັ່ນ: ກະເພາະອາຫານ, ຕັບ, ໝາກໄຂ່ຫຼັງ ລັກສະນະນີ້ຈະເຮັດໃຫ້ລົມປາກເດີນໄດ້ບໍ່ດີ ເຮັດໃຫ້ປະຈໍາເດືອນມາໜ້ອນໆ ແຕ່ມາຫຼາຍກວ່າ 7 ວັນບາງຄົນກໍມາໝົດເດືອນ ໜາວເກັ່ງ ແລະປາກຈືດ, ບໍ່ຢາກອາຫານ, ກິນແລ້ວອືດທ້ອງງ່າຍໆ ແລະປັດສະວະຖີ່ໆ