Homeຂ່າວການພັດທະນາ 6 ແຂວງພາກກາງ ມີນັກທ່ອງທ່ຽວເຂົ້າຊົມຫຼາຍອັນດັບ 1 ຂອງປະເທດ

 6 ແຂວງພາກກາງ ມີນັກທ່ອງທ່ຽວເຂົ້າຊົມຫຼາຍອັນດັບ 1 ຂອງປະເທດ

Published on

ຕາມສະຖິຕິປີ 2015 ໃນ 6 ແຂວງພາກກາງເຊິ່ງປະກອບມີ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະແຂວງໄຊສົມບູນ, ແມ່ນມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເດີນທາງມາທ່ຽວຊົມທັງໝົດ 4,2 ລ້ານເທື່ອຄົນ, ທຽບໃສ່ບັນດາພາກອື່ນໆແມ່ນຫຼາຍເປັນອັນດັບໜຶ່ງຂອງປະເທດ.

ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນກ່າວໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້ວ່າ: ໃນ 6 ແຂວງພາກກາງປະກອບດ້ວຍ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະແຂວງໄຊສົມບູນຕາມສະຖິຕິປີ 2015 ແມ່ນເຫັນວ່າມີນັກທ່ອງທ່ຽວເຂົ້າມາ ຢ້ຽມຢາມ 4.221.048 ເທື່ອຄົນ, ເປັນອັນດັບທີ 1 ຂອງປະເທດ, ທັງນີ້ກໍຍ້ອນມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຢ່າງຫຼວງຫຼາຍເຊັ່ນ: ຢູ່ນະຄອນຫຼວງວຽງຈັນກໍມີພະທາດຫຼວງ, ປະຕູໄຊ, ຫໍພະແກ້ວ, ວັດສີເມືອງ, ວັດສີສະເກດ, ວັດອົງຕື້, ຕະຫຼາດກາງຄືນແຄມຂອງ, ຕາດຫີນຄັນນາ ແລະອື່ນໆ, ຢູ່ແຂວງໄຊສົມບູນກໍມີພູເບ້ຍ, ຖໍ້າເຈົ້າອະນຸວົງ, ອ່າງນໍ້າງື່ມສອງ, ຕາດຫ້ວຍນົກ, ສັນພູໝອກ ແລະອື່ນໆ, ຢູ່ແຂວງບໍ ລິຄໍາໄຊກໍມີວັດພະບາດ, ວັດໂພນສັນ, ວັດດານສູງ, ຕາດຊາຍ, ຕາດເລິກ, ຖໍ້າມັງກອນ ແລະອື່ນໆ.

ສໍາລັບຢູ່ແຂວງຄໍາມ່ວນກໍມີພະທາດສີໂຄດຕະບອງ, ຖໍ້າກອງລໍ, ນາຕານ, ຖໍ້າກອງແລງ, ຖໍ້າພະ, ໜອງປາຝາ, ຖໍ້ານາງແອ່ນ, ຖໍ້ານໍ້າລອດ, ເຊບັ້ງໄຟ ແລະອື່ນໆ, ຢູ່ແຂວງສະ ຫວັນນະເຂດກໍມີພະທາດອີງຮັງ, ວັດໃຫຍ່ໄຊຍະພູມ, ຫໍພິພິທະພັນກະດູກໄດໂນເສົາ, ຫໍພິພິທະພັນມູນເຊື້ອ, ຕະຫຼາດສະຫວັນໄຊ, ອ່າງນໍ້າສຸຍ, ປ່າສະຫງວນດົງນາຕາດ ແລະ ອື່ນໆສ່ວນຢູ່ແຂວງວຽງຈັນກໍມີທໍາ ມະຊາດເມືອງວັງວຽງ, ຖໍ້າຂຸນລາງ, ຜາທໍ່ໜໍ່ຄໍາ, ວັດພະທາດດອນແກ້ວ, ແດນສະຫວັນນໍ້າງື່ມຣີສອດ, ອ່າງນໍ້າງື່ມທະເລສາບເມືອງລາວ, ສວນສັດບ້ານເກີນ ແລະອື່ນໆລວມທັງໝົດແລ້ວມີປະມານ 602 ແຫ່ງ, ນອກຈາກນີ້ໃນ 6 ແຂວງພາກກາງ ຍັງມີສະຖານທີ່ພັກແຮມປະເພດຕ່າງໆທັງໝົດ 1.115 ແຫ່ງຮອງຮັບນັກທ່ອງທ່ຽວໄດ້ຢ່າງພຽງພໍ.

ຈາກໜັງສືພິມເສດຖະກິດບສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...