spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສິ່ງທີ່ຄົນມັກດື່ມກາເຟຄວນຮູ້

ສິ່ງທີ່ຄົນມັກດື່ມກາເຟຄວນຮູ້

Published on

ກາແຟເປັນເຄື່ອງດື່ມທີ່ກໍໃຫ້ເກີດປະໂຫຍດ ແລະ ຖ້າດື່ມຫຼາຍກໍ່ສາມາດໃຫ້ໂທດແກ່ສຸຂະພາບໄດ້ເຊັ່ນດຽວກັນ ສຳລັບຄົນທີ່ມັກດື່ມກາເຟເປັນປະຈຳ ຄວນຮູ້ສິ່ງຕ່າງໆຕໍ່ໄປນີ້

  1. ບໍ່ຄວນດື່ມກາເຟປຸກຈົນເກີນໄປ ເພາະຈະເຮັດໃຫ້ໝາກໄຂ່ຫຼັງເຮັດວຽກໜັກເປັນພິເສດ, ການເຕັ້ນຂອງຫົວໃຈໄວຂຶ້ນ, ຄວາມດັນເລືອດສູງຂຶ້ນ, ຕື່ນເຕັ້ນງ່າຍ, ໃຈຮ້ອນ, ຫູອື້ ແລະ ມືຕີນສັ່ນ.
  2. ສຳລັບຜູ້ທີ່ຫົວໃຈເຕັ້ນບໍ່ສະໝ່ຳສະເໝີ, ຫົວໃຈເຕັ້ນໄວເກີນໄປ ຫຼື ເປັນໂຣກປະສາດ ການດື່ມກາເຟທີ່ປຸກຫຼາຍເກີນໄປຈະເຮັດໃຫ້ອາການໜັກກວ່າເກົ່າ ແລະ ເຮັດໃຫ້ເສັ້ນເລືອດຫົວໃຈຕີບໄດ້.
  3. ຄົນທີ່ເປັນຄວາມດັນເລືອດສູງ ກາເຟປຸກໆຈະເຮັດໃຫ້ຮູ້ສຶກເຈັບທີ່ຫົວໃຈ ແລະ ອັນຕະລາຍກັບເສັ້ນເລືອດໃນສະໝອງ.
  4. ໃນກາເຟທີ່ດື່ມແຕ່ລະຈອກຄວນມີສານກາເຟອິນບໍ່ເກີນ 10 0ກລາມ ແລະ ບໍ່ຄວນດື່ມເກີນວັນລະສອງຈອກ.
  5. ຫົວໃຈຫຼັກຂອງການດື່ມກາເຟຄືຄວາມຜ່ອນຄາຍ ແລະໃຫ້ຄວາມສົດຊື່ນມີຊີວິດຊີວາ ທາງທີ່ດີຄວນເລືອກດື່ມແບບບໍ່ປຸກຫຼາຍ ແລະ ພະຍາຍາມດື່ມດ່ຳກັບກິ່ນຫອມໆຂອງກາເຟອຸ່ນໆຈະດີກວ່າກິນຕາງນ້ຳຫຼາຍຈອກຕໍ່ມື້ ເຊິ່ງມັນຈະມີຜົນສະທ້ອນຕໍ່ສຸຂະພາບທັງຄົນທີ່ມີໂຣກປະຈຳຕົວ ຫຼື ບໍ່ທັນມີກໍ່ຕາມ.

 
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...