spot_img
Homeຂ່າວພາຍ​ໃນສິບແສນ ສິດຈານອິນຕອງ ປະທະ ໂອເລ່ ປກສ ນ໋ອກກັນບໍ່ລົງ ຄູ່ເອກໃນລາຍການ ມວຍລາວເອັມວີໄຟທ໌

ສິບແສນ ສິດຈານອິນຕອງ ປະທະ ໂອເລ່ ປກສ ນ໋ອກກັນບໍ່ລົງ ຄູ່ເອກໃນລາຍການ ມວຍລາວເອັມວີໄຟທ໌

Published on

ຜົນມວຍລາວເອັມວີໄຟທ໌ ໃນຕອນແລງ ວັນທີ 7 ຕຸລາ 2016 ຜ່ານມານີ້, ຄູ່ເອກ ຮຸ່ນນໍ້າໜັກ 60 ກິໂລ ເປັນການປະທະກັນ ລະຫວ່າງ  ສິບແສນ ສິດຈານອິນຕອງ ນັກມວຍຈາກ ແດນຈຳພອນ, ສະຫວັນນະເຂດ ແລະ ໂອເລ່ ປກສ ປ້ອງກັນເຄື່ອນທີ່ ນັກມວຍຈາກ ນະຄອນຫຼວງ.

ສິບແສນ ເປັນມວຍເດີນໜ້າ ທ້າລຸຍ ກ້າແລກອາວຸດ ແລະ ໂອເລ່ ເປັນມວຍເທັກນິກ ຕັ້ງຮັບ ແລະ ສວນຄືນດ້ວຍ ອາວຸດເຂົ່າ, ເຊິ່ງບັນຍາກາດ ຂອງຄູ່ເອກນີ້ ເຮັດໄດ້ໃຈກອງເຊຍ ທັງສະໜາມມວຍ ເຊຍແບບ ນັ່ງບໍ່ໄດ້ເລີຍ ຄົບ 3 ຍົກ, ກຳມະການ ຕັດສິນໃຫ້ ສະເໝີກັນ ແລະ ຍັງຄວ້າລາງວັນ ມວຍມັນປະຈຳອາທິດ ອີກດ້ວຍ, ເຊິ່ງໄດ້ຮັບເປັນເງິນ 230,000 ກີບ.

ສ່ວນຜົນຄູ່ອື່ນໆ ທີ່ໜ້າສົນໃຈມີຄື:
ຮຸ່ນນໍ້າໜັກ 53 ກິໂລ ສິງທອງນ້ອຍ ນົບພະລິດການໄຟຟ້າ ນ໋ອກ ມາເຟຍດຳ ສິດຈານຕຸ້ຍ ສອນທອງຄຳ ຍົກທີ 2.
ຮຸ່ນນໍ້າໜັກ 44 ກິໂລ ສຸກສາຄອນ ແສງອາລຸນວັນໃໝ່ ຊະນະຄະແນນ ເພັດປະກາຍຟ້າ ສ. ຮຸ່ງອາລຸນ

 

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...