spot_img
Homeຂ່າວຕ່າງປະເທດສິງກະໂປ ຍອດຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນສູງ ມື້ນີ້ກວດພົບສູງເຖິງ 1,457 ຄົນ

ສິງກະໂປ ຍອດຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນສູງ ມື້ນີ້ກວດພົບສູງເຖິງ 1,457 ຄົນ

Published on

ສໍານັກຂ່າວ REUTERS ລາຍງານວ່າ ວັນທີ 23 ກັນຍາ 2021 ກະຊວງສາທະລະນະສຸກຂອງສິງກະໂປ ລາຍງານສະຖິຕິຜູ້ຕິດເຊື້ອໂຄວິດ-19 ສະສົມໃນປະເທດຢ່າງຕໍ່າ 81,356 ຄົນ, ເສຍຊີວິດສະສົມຢ່າງຕໍ່າ 68 ລາຍ ແລະ ຍັງມີຜູ້ຕິດເຊື້ອທີ່ຍັງປິ່ນປົວຢູ່ອີກປະມານ 9,198 ຄົນ.

ຂະນະດຽວກັນ, ກະຊວງສາທາລະນະສຸກຂອງສິງກະໂປ ໄດ້ອອກຖະແຫຼງການແຍກອີກສະບັບໜຶ່ງ ໃຫ້ລະງັບການເຂົ້າຢ້ຽມຢາມໃນທຸກພະແນກຂອງໂຮງໝໍທຸກແຫ່ງໃນປະເທດ ເປັນເວລາຢ່າງຕໍ່າ 4 ອາທິດ ເລີ່ມປະຕິບັດຕັ້ງແຕ່ ວັນທີ 24 ກັນຍາ 2021 ນີ້, ເນື່ອງຈາກມີການກວດພົບອັດຕາການຕິດເຊື້ອພີ່ມຂຶ້ນໃນກຸ່ມບຸກຄະລາກອນການແພດ, ເຈົ້າໜ້າທີ່ຜູ້ໃຫ້ບໍລິການໃນໂຮງໝໍ, ຜູ້ປ່ວຍ ແລະ ຜູ້ທີ່ມາຢ້ຽມຢາມຄົນເຈັບ.

ມາດຕະການຄວບຄຸມນີ້ຍັງມີຈຸດປະສົງເພື່ອ ປົກປ້ອງສັກກະຍະພາບຂອງໂຮງໝໍ ໃນການໃຫ້ການດູແລຜູ້ປ່ວຍໂຄວິດ-19 ໃນຂະນະທີ່ມີແນວໂນ້ມການຕິດເຊື້ອພາຍໃນຊຸມຊົນກັບມາສູງອີກຄັ້ງ.

ຢ່າງໃດກໍຕາມ, ຜູ້ປ່ວຍບາງກຸ່ມ ເຊັ່ນ ຜູ້ປ່ວຍທີ່ອາການໜັກ ແລະ ແມ່ມານທີ່ຫາກໍເກີດລູກ ອາດຈະໄດ້ຮັບອະນຸຍາດໃຫ້ຄອບຄົວ ແລະ ບຸກຄົນໃກ້ຊິດສາມາດເຂົ້າຢໍຢ້ຽມຢາມໄດ້ ໂດຍໃຫ້ເປັນໄປຕາມກົດລະບຽບຂອງໂຮງໝໍແຕ່ລະແຫ່ງ ແຕ່ຕ້ອງຢູ່ພາຍໃຕ້ມາດຕະການຄວບຄຸມທາງສາທາລະນະສຸກວາງອອກຢ່າງເຄັ່ງຄັດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...